ລາວ-ຫວຽດນາມ ສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານການພັດທະນາວຽກງານການສຶກສາ
10/08/2026

ໃນວັນທີ 5 ສິງຫາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສຈ.ປອ ເລ ແອງ ວິນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ມີທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນວິທະຍາສາດການສຶກສາ, ພ້ອມດ້ວຍບັນດາຮອງຫົວໜ້າກົມທີ່ກ່ຽວຂ້ອງເຂົ້າຮ່ວມ.
ການພົບປະດັ່ງກ່າວ ໄດ້ມີການລາຍງານ ແລະ ສັງລວມຜົນການລົງເກັບກຳຂໍ້ມູນຕົວຈິງ ໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານການສຶກສາລະຫວ່າງສອງກະຊວງ ເຊິ່ງງພາຍຫຼັງຄະນະຜູ້ແທນສອງຝ່າຍໄດ້ສຳເລັດການລົງເກັບກຳຂໍ້ມູນ ແລະ ປະເມີນສະພາບຕົວ ຈິງຢູ່ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ (ສກຂ) ແລະ ສກຂ ສະຫວັນນະເຂດ ໃນລະຫວ່າງວັນທີ 2-5 ສິງຫາ 2026 ເພື່ອຮ່ວມກັນຊຸກຍູ້ 3 ເນື້ອໃນຫຼັກຂອງ MOU ໃຫ້ປະກົດຜົນເປັນຮູບປະທຳ.
ສຳລັບຜົນການລົງເກັບກຳຂໍ້ມູນໄດ້ເນັ້ນໃສ່ 3 ປະເດັນຍຸດທະສາດທີ່ຄົ້ນຄວ້າຮ່ວມກັນ ໂດຍສະເພາະການສອນພາສາລາວຢູ່ ສສ ຫວຽດນາມ ຝ່າຍຫວຽດນາມໄດ້ຈັດຮ່າງຫຼັກສູດພາສາລາວທັງໃນຮູບແບບພາສາຕ່າງປະເທດ ແລະ ພາສາທີ່ສອງ, ເຊິ່ງໃນໄລຍະທົດລອງຄາດວ່າຈະຕ້ອງການຄູສອນຄົນລາວໄປສິດສອນຢູ່ໂຮງຮຽນລຽບຕາມຊາຍແດນ ໂດຍແຂວງສະຫວັນນະເຂດ ພ້ອມສະໜັບສະໜູນການຄັດເລືອກຄູລາວເພື່ອຮັບການຝຶກອົບຮົມ ແລະ ເຂົ້າສິດສອນ.
ສ່ວຍດ້ານການສອນພາສາຫວຽດນາມ ຢູ່ ສປປ ລາວ ມີການຈັດສົ່ງຄູໄປສອນຢູ່ບາງໂຮງຮຽນໃນແຂວງຫົວພັນ ແລະ ແຂວງສະຫວັນນະເຂດ ແຕ່ທ້ອງຖິ່ນຍັງສະເໜີໃຫ້ຝ່າຍຫວຽດນາມຊ່ວຍເຫຼືອເພີ່ມເຕີມດ້ານຈຳນວນຄູ, ປຶ້ມແບບຮຽນ, ສື່ການຮຽນ-ການສອນດິຈິຕອນ ແລະ ການຍົກລະດັບເຕັກນິກການສອນໃຫ້ຄູລາວ.
ນອກຈາກນັ້ນ, ການຮັບເອົານັກຮຽນມັດທະຍົມສຶກສາ ໄປຮຽນຢູ່ໂຮງຮຽນສາມັນກິນນອນຢູ່ ສສ ຫວຽດນາມ ເຊິ່ງຝ່າຍຫວຽດນາມຍັງຢູ່ລະຫວ່າງການຄົ້ນຄວ້າທຶນການສຶກສາທົດລອງ ເພື່ອເຂົ້າຮຽນຢູ່ໂຮງຮຽນສາມັນກິນນອນຊົນເຜົ່າຕາມເຂດຊາຍແດນ ໂດຍທັງສອງຝ່າຍຍັງຢູ່ໃນຂັ້ນຕອນຄົ້ນຄວ້າລະບຽບການຕ່າງໆ ແລະ ຮັບຮອງວຸດທິການສຶກສາໃຫ້ມີຄວາມຊັດເຈນຂຶ້ນຕື່ມ.
ໃນພິທີ, ເພື່ອຮັດແໜ້ນສາຍພົວພັນມິດຕະພາບຄວາມສະໝັກສະໝານສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ມີຄວາມຍືນຍົງ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ສະເໜີຂໍທິດຊີ້ນຳຕໍ່ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ໃນການກຳນົດເອົາແຂວງຫົວພັນ ແລະ ແຂວງສະຫວັນນະເຂດ ເປັນ 2 ແຂວງທົດລອງຈັດຕັ້ງປະຕິບັດ, ການແຕ່ງຕັ້ງເປັນຈຸດປະສານງານ, ການເລັ່ງຄົ້ນຄວ້າການສ້າງຫຼັກສູດ 2 ພາສາ (ຫວຽດ-ລາວ) ລວມທັງການສ້າງກົນໄກປະສານງານຢ່າງຕໍ່ເນື່ອງ ເພື່ອໃຫ້ສອງກະຊວງສາມາດຈັດຕັ້ງປະຕິບັດບັນດາຂໍ້ຕົກລົງໃຫ້ເກີດຜົນປະໂຫຍດສູງສຸດ.
ພາບ ແລະ ຂ່າວ ໂດຍ: ສົງການ ພັນແພງດີ















