ປະທານສະພາແຫ່ງຊາດກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
11/08/2026

ໃນວັນທີ 11 ສິງຫາ 2026, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໄດ້ເຂົ້າວາງພວງມາລາ ເພື່ອໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ການເຂົ້າວາງພວງມາລາ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນ ຂອງພັກ ລັດ ແລະ ປະຊາຊົນກຳປູເຈຍ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ ລາວ ພ້ອມທັງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ພັກ ລັດ ແລະ ປະຊາຊົນ ລາວ-ກຳປູເຈຍ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ຢູ່ສະໜາມຫຼວງ ນະຄອນຫຼວງວຽງຈັນ.
ຂ່າວທີ່ກ່ຽວຂ້ອງ












