ຜູ້ອຳນວຍການ ແລະ ຄູສອນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ 8 ແຫ່ງ ນວ ຮັບການຝຶກອົບຮົມສ້າງແຜນການສອນ ແບບແກ້ໄຂບັນຫາຕົວຈິງ
11/08/2026

ກອງປະຊຸມຝຶກອົບຮົມ ແລະ ສ້າງແຜນການສອນຄະນິດສາດແບບແກ້ໄຂບັນຫາຕົວຈິງ (TTP / SEA-PLM) ສຳລັບຊັ້ນປະຖົມສຶກສາ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ ຟູຈິ ໂຕຊິອາກິລະ ຊ່ຽວຊານຈາກປະເທດຍີ່ປຸ່ນ ພ້ອມດ້ວຍທີມງານ, ບັນດາຜູ້ອຳນວຍການໂຮງຮຽນທັງ 8 ແຫ່ງພາຍໃນນະຄອນຫຼວງວຽງຈັນ, ຕາງໜ້າຈາກພະນັກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກົມສາມັນສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພ້ອມດ້ວຍ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປັນຍາ ຈັນທະວົງ ໄດ້ໃຫ້ສຳພາດວ່າ: ໄດ້ຈັດການຝຶກອົບຮົມຄູປະຖົມ ໂດຍຮ່ວມມືກັບຊ່ຽວຊານ ແລະ ມະຫາວິທະຍາໄລຈາກຍີ່ປຸ່ນ ເປົ້າໝາຍ ເພື່ອຍົກລະດັບຜົນການຮຽນວິຊາຄະນິດສາດຂອງນັກຮຽນລາວ ທີ່ຍັງມີດັດຊະນີຕ່ຳເມື່ອທຽບໃສ່ພາກພື້ນ, ເປັນການທົດລອງຝຶກອົບຮົມຢ່າງເຂັ້ມຂຸ້ນ ເປັນເວລາ 2 ອາທິດ ໃຫ້ຄູສອນ ປ.1 ຮອດ ປ.5 ໃນໂຮງຮຽນປະຖົມຕົ້ນແບບ 8 ແຫ່ງ ຢູ່ໃນນະຄອນຫຼວງວຽງຈັນ ໂດຍເນັ້ນໃສ່ການແຕ່ງບົດສອນ, ເຕັກນິກການສອນ ແລະ ການທຳຄວາມເຂົ້າໃຈຈຸດເດັ່ນຂອງປຶ້ມແບບຮຽນຄະນິດສາດ ທີ່ຄູຕ້ອງນຳໄປໃຊ້ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ຖ້າຫາກ 8 ໂຮງຮຽນຕົ້ນແບບໄດ້ຜົນດີ ກໍຈະຂະຫຍາຍໄປສູ່ໂຮງຮຽນ ແລະ ເມືອງອື່ນໆ ເພື່ອປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນ ແລະ ຊ່ຽວຊານທາງຍີ່ປຸ່ນກໍໄດ້ແນະນຳໃຫ້ປັບປຸງການຈັດຕາຕະລາງຮຽນ ໂດຍບໍ່ຄວນໃຫ້ສອນ 2 ຊົ່ວໂມງຕິດຕໍ່ກັນ ເພາະເຮັດໃຫ້ນັກຮຽນຮັບພາລະໜັກ ແລະ ເຮັດໃຫ້ການຮຽນບໍ່ມີປະສິດທິພາບ.
ຂະນະທີ່ ທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ກໍໄດ້ກ່າວວ່າ: ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູສອນຊັ້ນປະຖົມ (ປ.1 ຫາ ປ.5) ໃນການສອນຄະນິດສາດໃຫ້ມີຄຸນນະພາບ ໂດຍຜ່ານວິທີການສອນແບບ TTP (Teaching Mathematics Through Problem-Solving); ເພື່ອພັດທະນາແຜນການສອນ ເນັ້ນການຄົ້ນຄວ້າ ແລະ ສ້າງແຜນການສອນປະຈໍາໜ່ວຍ ແລະ ແຜນການສອນຕົວຈິງ ໂດຍນໍາໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູສະບັບປັບປຸງໃໝ່ ສໍາລັບປີການຮຽນ 2026-2027; ເພື່ອແລກປ່ຽນບົດຮຽນ ເປີດໂອກາດໃຫ້ຜູ້ອຳນວຍການໂຮງຮຽນ, ວິຊາການ ແລະ ຄູສອນ ໄດ້ຖອດຖອນບົດຮຽນ, ຮ່ວມກັນສອນທົດລອງ (Mock-up lesson) ແລະ ປັບປຸງວິທີການສອນໃຫ້ເກີດຜົນປະໂຫຍດສູງສຸດຕໍ່ຜູ້ຮຽນ.
ທ່ານ ລັດສະໝີ ສີສົມບັດ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນທັນ ພ້ອມທັງເປັນຄູສອນ ຂັ້ນ ປ.5 ໄດ້ເວົ້າເຖິງ ການຝຶກອົບຮົມວິຊາຄະນິດສາດຄັ້ງນີ້ ແມ່ນຈະຊ່ວຍໃຫ້ຄູສອນເຂົ້າໃຈເນື້ອໃນບົດຮຽນຢ່າງເລິກເຊິ່ງ ນັບແຕ່ຊັ້ນ ປ.1 ຮອດ ປ.5, ຄູໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ຮັບຮູ້ເນື້ອໃນຈາກຜູ້ຂຽນຫຼັກສູດໂດຍກົງ, ໄດ້ຮຽນຮູ້ວິທີການສິດສອນ ແລະ ເຕັກນິກໃໝ່ໆ ໃນການຖ່າຍທອດແຕ່ລະບົດຮຽນ ແລະ ທາງໂຮງຮຽນຈະນຳເອົາບົດຮຽນ ແລະ ເຕັກນິກທີ່ໄດ້ຮັບໄປຜັນຂະຫຍາຍນຳໃຊ້ຕົວຈິງຢູ່ພາຍໃນໂຮງຮຽນ ແລະ ຜົນໄດ້ຮັບ ຈະຊ່ວຍໃຫ້ຄູ ແລະ ນັກຮຽນເຂົ້າໃຈບົດຮຽນດີຂຶ້ນ ແລະ ຈະສົ່ງຜົນໃຫ້ຜົນການຮຽນຄະນິດສາດຂອງນັກຮຽນດີຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້, ແມ່ນດຳເນີນໄປເປັນເວລາ 8 ວັນ ແຕ່ວັນທີ 05-07 ສິງຫາ ຫາ ວັນທີ 10-14 ສິງຫາ 2026.
ພາບ-ຂ່າວ: ບົວລະພາ














