ສະຖານທູດລາວ ປະຈໍາ ສປ ຈີນ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
11/08/2026

ໃນວັນທີ 10 ສິງຫາ 2026 ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ ປປ ລາວ, ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໂດຍມີ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍບັນດາພະນັກງານສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວທີ່ພວມປະຕິບັດໜ້າທີ່ ຢູ່ ສປ ຈີນ ແລະ ນັກຮຽນນັກສຶກສາລາວ ເຂົ້າຮ່ວມ.
ການຈັດພິທີໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນໜຶ່ງໃນບັນດາການນຳຂັ້ນສູງພັກ-ລັດຂອງລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ. ການຈາກໄປໂດຍບໍ່ມີວັນກັບມາຂອງເພິ່ນ ເປັນການສູນເສຍອັນໃຫຍ່ຫລວງ ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ
#ແຫຼ່ງຂ່າວ: ປະເທດລາວ Pathedlao
ຂ່າວທີ່ກ່ຽວຂ້ອງ














