ຄະນະຜູ້ແທນ ສສກ ເຂົ້າຮ່ວມງານສັບປະດາການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2026 ທີ່ ສປ ຈີນ
ໃນລະຫວ່າງວັນທີ 28-31 ກໍລະກົດ 2026 ທີ່ຜ່ານມາ, ຄະນະຜູ້ແທນຈາກ ສປປ ລາວ ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຜູ້ຕາງໜ້າຈາກກົມອາຊີວະສຶກສາ ແລະ ກົມຮ່ວມມືກັບຕ່າງປະເທດ ໄດ້ເຂົ້າຮ່ວມງານສັບປະດາການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2026 (2026 China – ASEAN Education Cooperation Week) ຢ່າງເປັນທາງການ ທີ່ ເມືອງກຸ້ຍຢາງ, ແຂວງກຸ້ຍໂຈວ, ສປ ຈີນ.
ງານໃນຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ສົ່ງເສີມການສຶກສາອັດສະລິຍະ ເພື່ອພັດທະນາບ້ານເມືອງທີ່ເປັນມິດ” (Let Smart Education Better Empower the Building...








