ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານ ຄພລ ສະໄໝທີ V ຊຸດໃໝ່
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ສະໄໝທີ V ຊຸດໃໝ່ ໂດຍແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ V ຊຸດໃໝ່ ຢ່າງເປັນທາງການ
ພິທີປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານ ຄພລ ສະໄໝທີ V ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກເຂດສະໜາມກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ,...








