ສກຂ ສະຫວັນນະເຂດ ສືບຕໍ່ຮ່ວມມືກັບມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ໃນການກໍ່ສ້າງຊັບພະຍາກອນມະນຸດ
03/08/2026

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະນຳພະແນກ ຕະຫຼອດຮອດບັນດາຫົວໜ້າຂະແໜງການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ຂະນະທີ່ຝ່າຍມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ຕາງໜ້າໂດຍ ທ່ານ ເຈິ່ນດຶກມິງ ຮອງອະທິການບໍດີມະຫາວິທະຍາໄລພ້ອມດ້ວຍຄະນະ.
ການພົບປະໃນຄັ້ງນີ້ ແມ່ນເພື່ອສືບຕໍ່ການຮ່ວມມືກໍ່ສ້າງນັກສຶກສາລາວ ລະຫວ່າງສອງພາກສ່ວນ ພ້ອມທັງເອກະພາບກັນລົງນາມໃນບົດບັນທຶກ (MOU) ວ່າດ້ວຍການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ປະຈຳໄລຍະປີ 2026 – 2030.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ພ້ອມທັງໄດ້ລາຍງານສະພາບລວມໂດຍຫຍໍ້ໃຫ້ແກ່ທາງຄະນະໄດ້ຮັບຊາບ. ພ້ອມດຽວກັນນັ້ນ ທ່ານຫົວໜ້າຄະນະຜູ້ແທນຈາກມະຫາວິທະຍາໄລ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ພ້ອມດ້ວຍເນື້ອໃນແຜນການເຮັດວຽກຂອງການຮ່ວມມືໃນຄັ້ງນີ້.
ກ່ອນຈະກ້າວເຂົ້າສູ່ການລົງນາມ ຜູ້ແທນທັງສອງຝ່າຍຍັງໄດ້ມີຄຳເຫັນແລກປ່ຽນກັນຢ່າງກົງໄປກົງມາ ແລະ ເປັນເອກະພາບກັນຕໍ່ເນື້ອໃນຂອງບົດບັນທຶກດັ່ງກ່າວ. ສຳລັບເນື້ອໃນສຳຄັນຂອງການລົງນາມ ແມ່ນທາງມະຫາວິທະຍາໄລ ເຫັນດີຮັບກໍ່ສ້າງນັກສຶກສາລາວແບບບໍ່ຈຳກັດ ເຊິ່ງລວມມີການສຶກສາໃນລະດັບກຽມພາສາຫວຽດນາມ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
ພ້ອມກັນນັ້ນ, ຍັງໄດ້ກຳນົດນະໂຍບາຍອັນພົ້ນເດັ່ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສຶກສາລາວ ເປັນຕົ້ນແມ່ນ: ການມອບທຶນການສຶກສາ (ຍົກເວັ້ນຄ່າຮຽນ 50%) ຈຳນວນ 1 ທຶນ ຕໍ່ນັກສຶກສາທຸກໆ 20 ຄົນທີ່ໄປຮຽນ; ການຍົກເວັ້ນຄ່າຫໍພັກໃນໄລຍະຮຽນກຽມພາສາຫວຽດນາມ ຫາກສືບຕໍ່ຮຽນໃນລະດັບປະລິນຍາຕີ; ການຮັບຜິດຊອບຄ່າປະກັນໄພຊີວິດ, ຄ່າໃຊ້ຈ່າຍໃນການເດີນທາງໄປ-ກັບລະຫວ່າງປະເທດສຳລັບການນຳສົ່ງນັກສຶກສາ ແລະ ຈັດລົດຮັບ-ສົ່ງຢູ່ສະໜາມບິນໂດຍບໍ່ເສຍຄ່າ. ສຳລັບອັດຕາຄ່າຮຽນ ແມ່ນຈະຖືກເກັບໃນລະດັບດຽວກັນກັບນັກສຶກສາຫວຽດນາມ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ສຳເລັດລົງ ດ້ວຍການມອບຂອງຂວັນທີ່ລະນຶກ ແລະ ຖ່າຍຮູບລວມຮ່ວມກັນ.












