ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I
ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຮອງປະທານສະພາທິດສະດີສູນກາງພັກ, ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,...








