Skip to main content

ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ

13/07/2026
ພິທີເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ 12 ກໍລະກົດ 2026 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີທ່ານຮອງສະພາແຫ່ງຊາດ, ທ່ານຮອງສະພານະຄອນຫຼວງວຽງຈັນ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ກ່າວວ່າ: ການເປີດຂະບວນການຄັ້ງນີ້, ບໍ່ພຽງແຕ່ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈະໄຂຂຶ້ນໃນມໍ່ໆນີ້ເທົ່ານັ້ນ, ແຕ່ຍັງເປັນໂອກາດອັນສະຫງ່າລາສີ ໃນການຮ່ວມກັນ ສະເຫລີມສະຫລອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ອີກດ້ວຍ. ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ແລະ ປະຊາຊົນ; ເປັນຂົວຕໍ່ອັນສໍາຄັນ ໃນການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ຮາກຖານປະຊາຊົນ, ພ້ອມທັງສະທ້ອນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຂຶ້ນສູ່ການນໍາຂັ້ນສູງ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດມາ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ທີ່ຈະຈັດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ການພົບປະເພື່ອທົບທວນວຽກງານຜ່ານມາເທົ່ານັ້ນ, ແຕ່ເປັນບາດກ້າວສໍາຄັນຂອງການສືບຕໍ່ຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່. ໃນສະພາບການປັດຈຸບັນທີ່ໂລກໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນຕ້ອງກາຍເປັນແນວໜ້າອັນແຫລມຄົມຂອງວຽກງານແນວຄິດ-ອຸດົມການ, ເປັນເຄື່ອງມືສໍາຄັນໃນການປົກປັກຮັກສາແນວທາງ, ທັດສະນະ ແລະ ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ. ມາຮອດປັດຈຸບັນ, ໂລກຂອງພວກເຮົາໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນ ກໍຈໍາເປັນຕ້ອງໄດ້ມີການຫັນປ່ຽນຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກສະໄໝ, ດັ່ງຄໍາຂວັນຂອງການຈັດງານໃນຄັ້ງນີ້ວ່າ: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ນີ້ບໍ່ແມ່ນຄໍາຂວັນທາງຮູບການ, ແຕ່ແມ່ນຄວາມຮຽກຮ້ອງທາງການເມືອງອັນເປັນຈິງຕໍ່ທຸກຂັ້ນ, ທຸກພາກສ່ວນ ແລະ ທຸກສື່.
ພ້ອມກັນນັ້ນ, ການ “ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່” ກໍແມ່ນການກຳນົດທິດໃຫ້ແຈ້ງວ່າ ວຽກງານສື່ມວນຊົນຕ້ອງພັດທະນາທັງດ້ານເນື້ອໃນ, ຮູບການ, ວິທີການນໍາສະເໜີ, ການຈັດຕັ້ງປະຕິບັດ ແລະ ຄຸນນະພາບຂອງຖັນແຖວ. ນີ້ຄືສິ່ງທ້າທາຍ ແລະ ກາລະ ໂອກາດ ທີ່ພວກເຮົາທຸກພາກສ່ວນ ໂດຍສະເພາະຊາວໜຸ່ມຄົນຮຸ່ນໃໝ່ ແລະ ນັກສື່ສານມວນຊົນ ຕ້ອງໄດ້ບຸກບືນຂຶ້ນ ເພື່ອຍົກລະດັບຄວາມຮູ້, ພັດທະນາການເລົ່າເລື່ອງ ແລະ ການນໍາໃຊ້ເຕັກໂນໂລຊີ ໃຫ້ເກີດປະໂຫຍດສູງສຸດໃນການປົກປ້ອງຊາດ ແລະ ສ້າງສັນສັງຄົມ.
ພ້ອມກັນນີ້, ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວວ່າ: ການຈັດການຄັ້ງນີ້ ເພື່ອປຸກລະດົມ ແລະ ສ້າງຂະບວນການອັນຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນການເມືອງທີ່ເລິກເຊິ່ງໃນທົ່ວສັງຄົມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ 1 ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນສູງສຸດ; ເພື່ອສ່ອງແສງ ແລະ ຈາລຶກຄຸນງາມຄວາມດີ, ບົດບາດການນໍາພາອັນສະຫລາດສ່ອງໃສຂອງພັກ ຕໍ່ວຽກງານສື່ມວນຊົນລາວ ຕະຫລອດໄລຍະ 76 ປີ ຜ່ານມາ ໄດ້ເຮັດໜ້າທີ່ເປັນແນວໜ້າອັນແຫລມຄົມ ໃນການປົກປັກຮັກສາຮາກຖານແນວຄິດ-ອຸດົມການ ຂອງຊາດ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຍົກສູງຄວາມຮັບຜິດຊອບຂອງສັງຄົມ ໂດຍສະເພາະ ແມ່ນຊາວໜຸ່ມຄົນຮຸ່ນໃໝ່ ໃຫ້ກາຍເປັນ “ນັກສື່ສານທີ່ມີຄຸນນະພາບ”, ນໍາໃຊ້ສື່ສັງຄົມອອນລາຍຢ່າງສ້າງສັນ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ພ້ອມກັນປົກປ້ອງຜົນປະໂຫຍດລວມຂອງຊາດ.
ພາຍໃນການຄັ້ງນີ້, ໄດ້ມີເວທີສົນທະນາ ກ່ຽວກັບການປັບຕົວຂອງສື່ມວນຊົນ ໃນຍຸກ AI, ຍຸກດີຈິຕອນ, ພ້ອມທັງຈັດຫ້ອງວາງສະແດງໃຫ້ຄວາມຮູ້ກ່ຽວກັບວຽກງານສື່ມວນຊົນ, ຄວາມຮູ້ກ່ຽວກັບບັນຫາ ສຸຂະພາບຂອງໄວໜຸ່ມ ແລະ ຄວາມຮູ້ກ່ຽວກັບເຕັກໂນໂລຊີ, ຫ້ອງວາງສະແດງ ແລະ ຈຳໜ່າຍສິນຄ້າອຸປະໂພກບໍລິໂພກ ລາຄາຖືກ, ຫ້ອງວາງສະແດງອາຫານພື້ນບ້ານຂອງທ້ອງຖິ່ນຕ່າງໆ, ຫ້ອງວາງສະແດງກ່ຽວກັບສື່ມວນຊົນ ເພື່ອເນັ້ນໜັກເຖິງປະຫວັດສາດອັນສະຫງ່າລາສີ. ພ້ອມນີ້, ພາຍໃນງານຍັງຈະມີກິດຈະກຳສາຍຟີມຮູບເງົາມູນເຊື້ອ ເປັນຕົ້ນແມ່ນເລື່ອງ “ກອງພັນທີສອງ” ໂດຍການນໍາໃຊ້ເຄື່ອງສາຍຟີມຮູບເງົາຮຸ່ນເກົ່າ ທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ. ນອກນັ້ນ ຍັງມີ ຈຸດຖ່າຍພາບທີ່ຈໍາລອງການເປັນຜູ້ປະກາດຂ່າວໂທລະພາບ, ຜູ້ຈັດລາຍການວິທະຍຸ ແລະ ການພິມເອກະສານໂດຍເຄື່ອງຈັກພີມດີດ ແລະ ຍັງມີເວທີສະແດງສິລະປະດົນຕີ ຈາກນັກຮ້ອງ-ສິລະປິນລາວ ທີ່ມີຊື່ສຽງ ຕື່ມອີກ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ