Skip to main content

ຄະນະນຳ ສກຂ ສະຫວັນນະເຂດ ຕ້ອນຮັບຄະນະອາສາສະໝັກລະດູແລ້ງ ມະຫາວິທະຍາໄລພາສາຕ່າງປະເທດດານັງ

13/07/2026
ໃນວັນທີ 11 ກໍລະກົດ 2026 ທີ່ຜ່ານມາ, ຄະນະນຳ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ການຕ້ອນຮັບ ຄະນະອາສາສະໝັກລະດູແລ້ງ ເຊິ່ງເປັນນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດດານັງ ສສ ຫວຽດນາມ ປະຈໍາສົກຮຽນ 2025-2026 ທີ່ເດີນທາງມາເຄື່ອນໄຫວຕັ້ງຄ້າຍ ເພື່ອຮ່ວມແຮງຮ່ວມໃຈເຮັດກິດຈະກຳເພື່ອຊຸມຊົນ, ຝຶກທັກສະພາສາ, ມອບອຸປະກອນການຮຽນ, ໃຫ້ຄຳປຶກສາດ້ານການສຶກສາ ແລະ ແລກປ່ຽນວັດທະນະທຳ ໃນລະຫວ່າງວັນທີ 11-17 ກໍລະກົດ 2026.
ຈາກນັ້ນ, ໃນວັນທີ 12 ກໍລະກົດ 2026, ຄະນະການນຳ ແລະ ຜູ້ແທນທັງສອງຝ່າຍ ໄດ້ຮ່ວມກັນເຄື່ອນໄຫວວາລະສຳຄັນ ດ້ວຍການເຂົ້າຮ່ວມວາງກະຕ່າດອກໄມ້ ຢູ່ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ຕໍ່ດ້ວຍການວາງກະຕ່າດອກໄມ້ທີ່ ອະນຸສອນສະຖານ ປະທານ ໂຮ່ຈີມິນ ແລະ ເດີນທາງໄປໄຕ້ທູບສະແດງຄວາມເຄົາລົບ ທີ່ເຮືອນປະຫວັດສາດ ທ່ານ ໄກສອນ ພົມວິຫານ. ກິດຈະກຳດັ່ງກ່າວແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີຂອງອະດີດຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ນຳໃນດວງໃຈຂອງປະຊາຊົນ 2 ຊາດ ລາວ-ຫວຽດນາມ ຕະຫຼອດກາລະນານ.
ໃຫ້ກຽດນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ນາງ ບັງອອນ ພິມມະສານ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍບັນດາຂະແໜງການອ້ອມຂ້າງ-ສູນ ທີ່ຂຶ້ນກັບ ສກຂ, ຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູອາຈານ ໄດ້ເຂົ້າຮ່ວມ.
ທາງດ້ານຄະນະນຳ ແລະ ຜູ້ແທນຝ່າຍຫວຽດນາມ ແມ່ນໄດ້ຮັບກຽດເຂົ້າຮ່ວມໂດຍ ປທ ເຈິ່ນ ວັນ ແທັງ ຈາກຄະນະພາສາອັງກິດ, ເລຂາຄະນະຊາວໜຸ່ມ ທັງເປັນຮອງຫົວໜ້າຄະນະປະຈໍາ ຄະນະຊີ້ນຳການຕັ້ງຄ້າຍ, ທ່ານ ວັນ ບ໋າ ຟູຫງວຽນ ຈາກພະແນກວິທະຍາສາດ ແລະ ຮ່ວມມືສາກົນ ຄະນະປະຈໍາຊາວໜຸ່ມມະຫາວິທະຍາໄລ ທັງເປັນກໍາມະການປະຈໍາ ຄະນະຊີ້ນໍາການຕັ້ງຄ້າຍ, ອາຈານ ຫງວຽນ ວັນ ກ້ຽມ ອາຈານຄະນະສາກົນສຶກສາ ແລະ ອາຈານ ຫງວຽນ ທິ ຫາຍ ລີ້ ພະຍາບານປະຈຳຄະນະ ພ້ອມດ້ວຍ ຕາງໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ.
ພາຍຫຼັງສຳເລັດກິດຈະກຳລະນຶກເຖິງອະດີດຜູ້ນຳ, ຄະນະນັກສຶກສາອາສາສະໝັກຈາກ ສສ ຫວຽດນາມ ໄດ້ເດີນທາງເຂົ້າໄປລາຍງານການເຄື່ອນໄຫວຂອງຄະນະ ທີ່ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ.
ໃນວາລະສຸດທ້າຍຂອງມື້ ຄະນະການນຳທຸກພາກສ່ວນ ໄດ້ເດີນທາງໄປຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ທີ່ໂຮງຮຽນສາມັນມິດຕະພາບລາວ-ຫວຽດນາມ. ໃນໂອກາດນີ້, ທ່ານ ແກ່ນຕາ ແກ້ວສະເດືອນ ຜູ້ອໍານວຍການໂຮງຮຽນສາມັນມິດຕະພາບລາວ-ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກທັງສອງຝ່າຍຢ່າງອົບອຸ່ນ. ກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອເປັນສັນຍະລັກຮັກສາໄວ້ເຊິ່ງມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຊາວໜຸ່ມ-ເຍົາວະຊົນ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ງອກງາມຂຽວສົດງົດງາມຕະຫຼອດໄປ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ