Skip to main content

Author: Mitlandone Thepninhom

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຮ່ວມກັບ ສະຖານທູດອິນເດຍ ຈັດກິດຈະກຳຝຶກໂຢຄະ ເພື່ອສຸຂະພາບຜູ້ສູງອາຍຸ ປະຈຳປີ 2026

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳຝຶກໂຢຄະເພື່ອສຸຂະພາບຜູ້ສູງອາຍຸຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 17 ມິຖຸນາ 2026 ນີ້ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ), ໂດຍການເປັນປະທານ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີທ່ານ ໂຣຫິດ ເບບບາ (Rohit Babbar) ເລຂາເອກ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ວິທະຍາໄລ, ສູນ, 3 ອົງການຈັດຕັ້ງມະຫາຊົນ, ຄູ່ຮ່ວມງານ EMI, ຄະນະຄູຝຶກຈາກສະຖາບັນ The Art Of Living ຕະຫຼອດຮອດພະນັກງານ ແລະ...

Continue reading

ກົມແຜນການ ສສກ ປຶກສາຫາລື ວຽກງານໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລືຮ່ວມກັບກອງເລຂາ, ປະທານ ແລະ ປະທານຮ່ວມໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນວັນທີ 16 ມິຖຸນາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໄມໂຄ ຄາຣີ (Mr. Michael Currie) ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ເຮເລນ ຄອນເນຟຼີ (Ms. Helen Conefrey) ເລຂານຸການໂທ ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ...

Continue reading

ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງຊຸກຍູ້ ຕິດຕາມການສອບເສັງຈົບຊັ້ນ ມ.7 ຢູ່ແຂວງຫຼວງພະບາງ

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຜູ້ຕາງໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ຢູ່ບັນດາໂຮງຮຽນພາຍໃນແຂວງຫຼວງພະບາງ ເຊິ່ງໃຫ້ກຽດຕ້ອນຮັບການລົງເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຜິດຊອບສູນສອບ, ຄະນະກຳມະການຍາມຫ້ອງເສັງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນສົກຮຽນ 2025-2026 ແຂວງຫຼວງພະບາງ...

Continue reading

ແຂວງຫຼວງພະບາງ ໄຂບັ້ນສອບເສັງຈົບຊັ້ນ ມ.7 ເອກະພາບທົ່ວປະເທດ ສົກຮຽນ 2025-2026 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີໄຂບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກກົມສາມັນສຶກສາ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະຮັບຜິດຊອບສູນສອບເສັງຂັ້ນແຂວງ, ກຳມະການເຝົ້າຫ້ອງສອບເສັງ ແລະ...

Continue reading

ແຂວງຊຽງຂວາງ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ໂພນສະຫວັນ ແຂວງຊຽງຂວາງ ໄດ້ຈັດພິທີໄຂບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ດວງພະວັນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ; ເຂົ້າຮ່ວມມີ ທ່ານ ຈະເລີນສຸກ ສີສຸວົງ ຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການຮັບຜິດຊອບ, ຄູ-ອາຈານ, ກຳມະການເຝົ້າຫ້ອງສອບເສັງ ແລະ ຕົວແທນນ້ອງໆນັກຮຽນຢ່າງພ້ອມພຽງ. ໃນພິທີ, ທ່ານ...

Continue reading

ແຂວງສາລະວັນ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງສາລະວັນ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ທັງເປັນປະທານຊີ້ນຳການສອບເສັງຂັ້ນແຂວງ; ເຂົ້າຮ່ວມໂດຍ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ສົມພົງ ດິດສະຍະວົງ ຮອງຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກຳມະການຕັດສິນຜົນສອບເສັງ ແລະ...

Continue reading

ແຂວງຫຼວງນໍ້າທາ ໄຂການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026, ມີນັກສອບເສັງເຂົ້າຮ່ວມເກືອບ 1.500 ຄົນ

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນໂຮງຮຽນ ມສ ເທດສະບານແຂວງຫຼວງນໍ້າທາ ໄດ້ຈັດພິທີໄຂການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສາຍສາມັນສຶກສາ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ບຸນໂຮມ ຈິດດາລາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຮອງປະທານຄະນະກຳມະການຊີ້ນຳສູນສອບເສັງຂັ້ນແຂວງ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກົວ ຊົງ ຮອງຫົວໜ້າພະແນກມັດທະຍົມຕອນຕົ້ນ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຜູ້ອໍານວຍການໂຮງຮຽນ, ຄະນະກໍາມະການສອບເສັງ, ກໍາມະການເຝົ້າຫ້ອງສອບເສັງ, ຄູ-ອາຈານ ແລະ...

Continue reading

ສສກ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ ເພື່ອຫັນເຂົ້າສູ່ລະບົບທັນສະໄໝ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກວິທີການເຮັດວຽກ ເພື່ອຫັນເຂົ້າສູ່ລະບົບທັນສະໄໝ. ວັນທີ 12 ມິຖຸນາ 2026 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ (ຫຼັກ 16) ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກທົ່ວຂະແໜງການສຶກສາ ແລະ ກິລາເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ:...

Continue reading