ແຂວງຊຽງຂວາງ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ
18/06/2026

ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ໂພນສະຫວັນ ແຂວງຊຽງຂວາງ ໄດ້ຈັດພິທີໄຂບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ດວງພະວັນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ; ເຂົ້າຮ່ວມມີ ທ່ານ ຈະເລີນສຸກ ສີສຸວົງ ຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການຮັບຜິດຊອບ, ຄູ-ອາຈານ, ກຳມະການເຝົ້າຫ້ອງສອບເສັງ ແລະ ຕົວແທນນ້ອງໆນັກຮຽນຢ່າງພ້ອມພຽງ.
ໃນພິທີ, ທ່ານ ອ່ອນສີ ແກ້ວພັກດີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການຈັດການສອບເສັງຈົບຊັ້ນ ມ.7 ເພື່ອຮັບປະກັນໃຫ້ການສອບເສັງໃນສົກຮຽນນີ້ດຳເນີນໄປຢ່າງມີປະສິດທິພາບ ແລະ ໄດ້ມາດຕະຖານຕາມທີ່ກະຊວງວາງອອກ. ສຳລັບສະຖິຕິການສຶກສາທົ່ວແຂວງຊຽງຂວາງ ປະຈຳສົກຮຽນ 2025-2026 ນີ້ ມີໂຮງຮຽນມັດທະຍົມສົມບູນ 39 ແຫ່ງ ແລະ ໂຮງຮຽນມັດທະຍົມສຶກສາຕອນປາຍ 1 ແຫ່ງ. ສຳລັບການສອບເສັງຈົບຊັ້ນ ມ.7 ໃນທົ່ວແຂວງ ແມ່ນໄດ້ຈັດແບ່ງອອກເປັນ ສູນສອບເສັງທັງໝົດ 15 ສູນ, ຫ້ອງສອບເສັງ 119 ຫ້ອງ, ນັກກສອບເສັງ ຈຳນວນ 2,316 ຄົນ ຍິງ 1,033 ຄົນ, ຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນຜົນການສອບເສັງ 21 ຄົນ ຍິງ 6 ຄົນ, ຄະນະຮັບຜິດຊອບຊີ້ນຳແຕ່ລະສູນສອບເສັງ 65 ຄົນ ຍິງ 5 ຄົນ ແລະ ກຳມະການເຝົ້າຫ້ອງສອບເສັງ 238 ຄົນ ຍິງ 119 ຄົນ.
ໂອກາດດຽວກັນນີ້, ຕົວແທນກຳມະການເຝົ້າຫ້ອງສອບເສັງ ແລະ ຕົວແທນນ້ອງໆນັກຮຽນຈາກ ມສ ໂພນສະຫວັນ ກໍໄດ້ຂຶ້ນກ່າວຄຳປະຕິຍານຕົນ ໂດຍໄດ້ໃຫ້ຄຳໝັ້ນສັນຍາຮ່ວມກັນວ່າ ຈະປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ບໍລິສຸດຍຸຕິທຳ ແລະ ຈະເຄົາລົບ, ປະຕິບັດຕາມລະບຽບການສອບເສັງຢ່າງເຂັ້ມງວດ ແລະ ເດັດຂາດ.
ໃນຕອນທ້າຍພິທີ, ທ່ານ ບຸນຄົງ ດວງພະວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ກ່າວເປີດການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກພາກສ່ວນ ເອົາໃຈໃສ່ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ບັ້ນສອບເສັງຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍຮ້ອຍສ່ວນຮ້ອຍ. ພ້ອມກັນນັ້ນ, ທ່ານຍັງໄດ້ອວຍພອນໃຫ້ຫຼານໆນັກຮຽນທຸກຄົນ ຈົ່ງມີສະຕິປັນຍາທີ່ສະຫຼາດສ່ອງໃສ, ຕັ້ງໃຈໝັ້ນ ແລະ ສາມາດສອບເສັງຜ່ານໄດ້ຄະແນນດີເລີດຕາມລະດັບຄາດໝາຍທີ່ວາງໄວ້ທຸກໆຄົນ.
ພາບ – ຂ່າວໂດຍ: ຄຸດ ຄົນທຳມະດາ ແລະ ຕົງ ເດືອນວ່າ













