ແຂວງສາລະວັນ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ
18/06/2026

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງສາລະວັນ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ທັງເປັນປະທານຊີ້ນຳການສອບເສັງຂັ້ນແຂວງ; ເຂົ້າຮ່ວມໂດຍ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ສົມພົງ ດິດສະຍະວົງ ຮອງຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກຳມະການຕັດສິນຜົນສອບເສັງ ແລະ ນ້ອງໆນັກຮຽນຊັ້ນ ມ.7 ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄຳເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງການສອບເສັງຈົບຊັ້ນ ມ.7 ເຊິ່ງທ່ານໄດ້ຍົກໃຫ້ເຫັນຕົວເລກສະຖິຕິການສຶກສາທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ວ່າ: ທົ່ວແຂວງມີໂຮງຮຽນສາມັນສຶກສາທັງໝົດ 691 ແຫ່ງ, ໃນນັ້ນ ໂຮງຮຽນປະຖົມມີ 588 ແຫ່ງ (ນັບທັງໂຮງຮຽນສົງ ແລະ ໂຮງຮຽນເອກະຊົນ), ໂຮງຮຽນມັດທະຍົມ 103 ແຫ່ງ (ມັດທະຍົມສົມບູນ 34 ແຫ່ງ ແລະ ມັດທະຍົມຕອນຕົ້ນ 69 ແຫ່ງ); ມີຈຳນວນນັກຮຽນທັງໝົດ 63,571 ຄົນ, ຍິງ 31,736 ຄົນ. ສໍາລັບນັກຮຽນທີ່ຈະເຂົ້າຮ່ວມການສອບເສັງຈົບຊັ້ນທຸກຊັ້ນຮຽນໃນສົກຮຽນນີ້ມີທັງໝົດ 9,925 ຄົນ, ຍິງ 5,010 ຄົນ ແລະ ສະເພາະຊັ້ນ ມ.7 ມີນັກສອບເສັງທັງໝົດ 1,024 ຄົນ, ຍິງ 513 ຄົນ (ຫຼຸດລົງຈາກສົກຮຽນຜ່ານມາ 80 ຄົນ, ຍິງ 14 ຄົນ).
ການສອບເສັງຈົບຊັ້ນ ມ.7 ຢູ່ແຂວງສາລະວັນໃນປີນີ້ ໄດ້ແບ່ງອອກເປັນ 9 ສູນສອບເສັງ ແລະ ມີຫ້ອງສອບເສັງທັງໝົດ 52 ຫ້ອງ (ສະເລ່ຍຕ່ຳສຸດ 12 ຄົນ/ຫ້ອງ ແລະ ສູງສຸດ 22 ຄົນ/ຫ້ອງ). ບັນດາສູນສອບເສັງປະກອບມີ: ເມືອງສາລະວັນ 2 ສູນ: ສູນ ມສ ອົງແກ້ວ ແລະ ສູນ ມສ ສາລະວັນ; ບັນດາເມືອງອື່ນໆ ເມືອງລະ 1 ສູນ: ສູນເມືອງຕະໂອ້ຍ, ສູນເມືອງຕຸ້ມລານ, ສູນເມືອງລະຄອນເພັງ, ສູນເມືອງວາປີ, ສູນເມືອງຄົງເຊໂດນ, ສູນເມືອງເລົ່າງາມ ແລະ ສູນເມືອງສະໝ້ວຍ.
ສໍາລັບວິຊາທີ່ນໍາມາສອບເສັງມີ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ກຸ່ມວິທະຍາສາດ-ສັງຄົມ, ກຸ່ມວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ. ເຊິ່ງໃນປັດຈຸບັນ, ວຽກງານການກະກຽມຄວາມພ້ອມທັງການສົ່ງກຳມະການ, ຫົວບົດສອບເສັງ, ອຸປະກອນຮັບໃຊ້, ການຂຶ້ນທະບຽນເລກໂຕະ ແລະ ການຈັດສະຖານທີ່ສອບເສັງແມ່ນໄດ້ສຳເລັດເປັນລະບຽບຮຽບຮ້ອຍຮ້ອຍສ່ວນຮ້ອຍແລ້ວ.
ໂອກາດທີ່ມີຄວາມໝາຍນີ້, ທ່ານ ແຫວນເພັດ ລັດດາວົງ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີສອບເສັງຢ່າງເປັນທາງການ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກະກຽມຢ່າງທັນເວລາ ແລະ ຖືກຕ້ອງຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກຄົນຈົ່ງຍົກສູງບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຮັກສາຄວາມສາມັກຄີພາຍໃນ, ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ເຂັ້ມງວດ ເພື່ອຮັບປະກັນຄຸນນະພາບ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼອດບັ້ນສອບເສັງ. ສ່ວນນ້ອງໆນັກຮຽນທຸກຄົນ ກໍຕ້ອງເຂັ້ມງວດຕໍ່ກົດລະບຽບການສອບເສັງ, ເອົາໃຈໃສ່ຄົ້ນຄວ້າບົດຮຽນ ແລະ ສຸມທຸກສະຕິປັນຍາເຂົ້າໃນການເຮັດບົດສອບເສັງ ເພື່ອໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ການສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026 ຢູ່ແຂວງສາລະວັນ ແມ່ນຈະດຳເນີນໄປເປັນເວລາ 3 ວັນ ຄືລະຫວ່າງວັນທີ 17-19 ມິຖຸນາ 2026 ຈຶ່ງຈະສຳເລັດຢ່າງເປັນທາງການ.
ພາບ – ຂ່າວໂດຍ: ແຫຼ່ງຄຳ ບູດນາໂຄກ (ສກຂ ສາລະວັນ)















