Skip to main content

ແຂວງຫຼວງນໍ້າທາ ໄຂການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026, ມີນັກສອບເສັງເຂົ້າຮ່ວມເກືອບ 1.500 ຄົນ

18/06/2026
ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນໂຮງຮຽນ ມສ ເທດສະບານແຂວງຫຼວງນໍ້າທາ ໄດ້ຈັດພິທີໄຂການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສາຍສາມັນສຶກສາ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ບຸນໂຮມ ຈິດດາລາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຮອງປະທານຄະນະກຳມະການຊີ້ນຳສູນສອບເສັງຂັ້ນແຂວງ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກົວ ຊົງ ຮອງຫົວໜ້າພະແນກມັດທະຍົມຕອນຕົ້ນ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຜູ້ອໍານວຍການໂຮງຮຽນ, ຄະນະກໍາມະການສອບເສັງ, ກໍາມະການເຝົ້າຫ້ອງສອບເສັງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ບຸນພະມາ ໄຊຍະຈັກ ຜູ້ອຳນວຍການໂຮງຮຽນ ມສ ເທດສະບານແຂວງ ໄດ້ຜ່ານຂໍ້ຕົກລົງຂອງອົງການປົກຄອງແຂວງ ສະບັບເລກທີ 512/ຄປຂ, ລົງວັນທີ 20 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳສູນສອບເສັງຈົບຊັ້ນ ມ.7 ແລະ ຂໍ້ຕົກລົງຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 970/ສກຂ, ລົງວັນທີ 2 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະຈຳສູນສອບເສັງ.
ການສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026 ນີ້ ແມ່ນດຳເນີນໄປເປັນເວລາ 3 ວັນ ຄືລະຫວ່າງວັນທີ 17-19 ມິຖຸນາ 2026 ເຊິ່ງເປັນການສອບເສັງຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ. ສຳລັບແຂວງຫຼວງນໍ້າທາ ແມ່ນໄດ້ມອບໝາຍໃຫ້ບັນດາປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາທັງ 5 ເມືອງ ຮັບຜິດຊອບຊີ້ນຳ-ນຳພາຢ່າງໃກ້ຊິດ. ໃນທົ່ວແຂວງມີສູນສອບເສັງທັງໝົດ 22 ສູນ, ມີ 76 ຫ້ອງສອບເສັງ ແລະ ມີນັກຮຽນທີ່ມີເງື່ອນໄຂເຂົ້າສອບເສັງທັງໝົດ 1,483 ຄົນ ຍິງ 705 ຄົນ. ສໍາລັບວິຊາທີ່ນໍາມາສອບເສັງໃນຄັ້ງນີ້ ມີ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິທະຍາສາດທຳມະຊາດ, ກຸ່ມວິທະຍາສາດ-ສັງຄົມ ແລະ ພາສາອັງກິດ.
ໂອກາດທີ່ມີຄວາມໝາຍນີ້, ທ່ານ ບຸນໂຮມ ຈິດດາລາ ໄດ້ກ່າວເປີດການສອບເສັງຢ່າງເປັນທາງການ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ແລະ ນັກຮຽນທຸກຄົນທີ່ໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຕະຫຼອດສົກຮຽນທີ່ຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການ ແລະ ນັກສອບເສັງທຸກຄົນຕ້ອງເຂັ້ມງວດໃນການປະຕິບັດລະບຽບວິໄນຂອງການສອບເສັງຢ່າງເດັດຂາດ, ຮຽກຮ້ອງໃຫ້ນັກສອບເສັງທຸກຄົນຈົ່ງມີສະຕິ, ຕັ້ງໃຈອ່ານຫົວບົດສອບເສັງໃຫ້ລະອຽດຖີ່ຖ້ວນ ແລະ ຄິດໄລ່ຕອບຄຳຖາມດ້ວຍຄວາມຮອບຄອບ ເພື່ອໃຫ້ໄດ້ຄະແນນດີ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ໃນຕອນທ້າຍພິທີ, ທ່ານ ບຸນໂຮມ ຈິດດາລາ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຄວາມພ້ອມຂອງແຕ່ລະຫ້ອງສອບເສັງ ແລະ ໃຫ້ກຽດຕັດຊອງຫົວບົດສອບເສັງວິຊາທຳອິດຢ່າງເປັນທາງການ ເພື່ອຢັ້ງຢືນເຖິງຄວາມໂປ່ງໃສ ແລະ ຄວາມພ້ອມຮ້ອຍສ່ວນຮ້ອຍໃນການດຳເນີນການສອບເສັງຄັ້ງນີ້.
ພາບ-ຂ່າວ: ສກຂ ຫຼວງນ້ຳທາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ