ຢູ-14 ເບ ສະຫວັນ ແລະ ຢູ-16 ເຄເອັມທີ ຄອງຂັນຊະນະເລີດ ເຕະບານຊີງຂັນປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ
ຄະນະກໍາມະການປົກຄອງເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຮ່ວມກັບ ສະໂມສອນ ເບສະຫວັນ ຈັດກິດຈະກໍາເຕະບານ ແລະ ປູກຕົ້ນກິນໄມ້ຫຼາຍຊະນິດ ຂຶ້ນລະຫວ່າງວັນທີ 30-31 ພຶດສະພາ 2026 ທີ່ເດີ່ນກິລາຫຍ້າທຽມເບສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມກິດຈະກໍາ ແລະ ມອບຫຼຽນລາງວັນມີ ທ່ານ ປອ ນາງ ບົວວອນ ສຸກລາເເສງ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງໄຊເຊດຖາ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນນະຄອນຫຼວງ ເຂດເລືອກຕັ້ງເມືອງໄຊເຊດຖາ, ທ່ານ ກຸມພະວາ ຈຳປາສຸກ ຮອງເລຂາພັກເມືອງ, ປະທານຄະນະກຳມະການເມືອງໄຊເຊດຖາ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນກິລາບານເຕະຄົນພິການເເຫ່ງຊາດລາວ, ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ...








