ຈີນ ບຸກທະລຸຕະຫຼາດເຕັກໂນໂລຊີ! ສົ່ງອອກຫຸ່ນຍົນອຸດສາຫະກຳກວ່າ 25,000 ເຄື່ອງໃນເດືອນດຽວ
03/06/2026

ສຳນັກຂ່າວ CMG, ປະເທດຈີນ: ສຳນັກງານພາສີທົ່ວໄປຂອງຈີນ ເປີດເຜີຍວ່າ ໃນເດືອນເມສາທີ່ຜ່ານມາ, ປະເທດຈີນສາມາດສົ່ງອອກຫຸ່ນຍົນອຸດສາຫະກຳໄດ້ຫຼາຍກວ່າ 25,000 ເຄື່ອງ ໂດຍມີຕະຫຼາດຫຼັກທີ່ສຳຄັນ ຄື: ເອີຣົບ, ສະຫະລັດອາເມຣິກາ ແລະ ພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້, ໃນກຸ່ມຕະຫຼາດເກີດໃໝ່ ໂດຍສະເພາະແມ່ນ ພາກພື້ນອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ຕາເວັນອອກກາງ ກໍມີທ່າອ່ຽງການເຕີບໂຕທີ່ດີ ແລະ ໜ້າຈັບຕາເປັນຢ່າງຍິ່ງ.
ທ່ານ ອູ ເວີຍຈຽວ (Wu Weijie) ເຈົ້າໜ້າທີ່ຈາກດ່ານພາສີຖົງເລີ້ (Tongle Customs) ພາຍໃຕ້ດ່ານພາສີເຊີນເຈິ້ນ ໄດ້ເປີດເຜີຍຂໍ້ມູນວ່າ: ໃນໄລຍະ 4 ເດືອນທຳອິດຂອງປີນີ້, ນະຄອນເຊີນເຈິ້ນ ໄດ້ສົ່ງອອກຫຸ່ນຍົນອຸດສາຫະກຳໄປຍັງປະເທດຕ່າງໆ ຫຼາຍກວ່າ 100 ປະເທດທົ່ວໂລກ, ເຊິ່ງຄິດເປັນມູນຄ່າການສົ່ງອອກສູງເຖິງ 430 ລ້ານຢວນ (ປະມານ 60 ລ້ານໂດລາສະຫະລັດ), ເພີ່ມຂຶ້ນ 21.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຕົວເລກນີ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຢ່າງຕໍ່ເນື່ອງ ເພື່ອມຸ່ງໜ້າໄປສູ່ຍຸກຂອງຫຸ່ນຍົນຮິວມານອຍ (Humanoid Robot) ຫຼື ຫຸ່ນຍົນຄ້າຍຄືມະນຸດ.
ຈາກຄວາມຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ໃນດ້ານປັນຍາປະດິດແບບມີຮ່າງກາຍ ທີ່ສາມາດຮັບຮູ້ ແລະ ໂຕ້ຕອບກັບໂລກຕົວຈິງໄດ້ ທີ່ເພີ່ມສູງຂຶ້ນຢ່າງວ່ອງໄວ, ໄດ້ກາຍເປັນແຮງຊຸກດັນໃຫ້ມະຫາວິທະຍາໄລຕ່າງໆ ໃນປະເທດຈີນ ຕ້ອງເລັ່ງປັບປຸງລະບົບການຮຽນ-ການສອນ ເພື່ອໃຫ້ສອດຄ່ອງກັບທິດທາງໃໝ່ນີ້.
ຫຼ້າສຸດ, ກະຊວງສຶກສາທິການຂອງ ສປ ຈີນ ໄດ້ໃຫ້ການສະໜັບສະໜູນມະຫາວິທະຍາໄລ 9 ແຫ່ງ ໃນການເປີດຫຼັກສູດໃໝ່ໃນດ້ານ “Embodied Intelligence” ເພື່ອສົ່ງເສີມການເຊື່ອມໂຍງລະຫວ່າງ ປັນຍາປະດິດ (AI) ຍຸກໃໝ່ ເຂົ້າກັບລະບົບເສດຖະກິດຕົວຈິງ (Real Economy), ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ເພີ່ມກຳລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມໃນໄລຍະຍາວ.
ແຫຼ່ງຂໍ້ມູນ ແລະ ພາບປະກອບ: China Media Group (CMG)









