ໂຮງຮຽນອະນຸບານ ສສກ ສະແດງສິລະປະ-ວັນນະຄະດີ ສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2026 ຢ່າງຄືກຄື້ນ
03/06/2026

ໂຮງຮຽນອະນຸບານກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກິດຈະກໍາສະແດງສິລະປະ-ວັນນະຄະດີຫຼາຍລາຍການ ເນື່ອງໃນໂອກາດສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2026 ຢ່າງຄືກຄື້ນ ຂຶ້ນໃນວັນທີ 29 ພຶດສະພາ 2026 ທີ່ໂຮງຮຽນດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໝາຍ ສີຫາວົງ ຮອງຜູ້ອໍານວຍການສໍານັກພິມສຶກສາ-ກິລາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຈູມມະລີ ສິດທິສັກ ວ່າການແທນຜຸ້ອໍານວຍການໂຮງຮຽນອະນຸບານກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະນັກງານ, ຄູອາຈານ, ພໍ່ແມ່ຜຸ້ປົກຄອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງມ່ວນຊື່ນ.
ໃນພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງນ້ອງນ້ອຍນັກຮຽນແຕ່ລະຊັ້ນຮຽນເຖິງ 10 ກວ່າລາຍການ ພ້ອມທັງໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາວັນເດັກນ້ອຍສາກົນ ແລະ ກໍໄດ້ມີພິທີມອບໃບຢັ້ງຢືນການຮຽນໃຫ້ນ້ອງນັກຮຽນທີ່ຈົບຊັ້ນອະນຸບານ 3 ຈໍານວນ 40 ນ້ອງ, ຍິງ 20 ນ້ອງ ພ້ອມທັງແຈກຢາຍເຂົ້າໜົມ ແລະ ອວຍພອນວັນເດັກ, ຮັບຊົມຮັບຟັງການເລົ່າກາບກອນສັ່ງລາຂອງນັກຮຽນຊັ້ນອະນຸບານ 3 ແລະ ສິລະປະຂອງຫຼານນ້ອຍໃນຊັ້ນອື່ນໆເພີ່ມອີກດ້ວຍ.
ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ















