Skip to main content

Author: Mitlandone Thepninhom

ລັດຖະບານໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ປະຈຳປີ 2026

ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຈັດພິທີມອບທຶນການສຶກສາລັດຖະບານໄທ ລະດັບປະລິນຍາໂທ ປະຈຳປີການສຶກສາ 2026 ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ຈຳນວນ 22 ທຶນ ພາຍໃຕ້ແຜນການຮ່ວມມືເພື່ອການພັດທະນາ ໄທ-ສປປ ລາວ ສາຂາການພັດທະນາຊັບພະຍາກອນມະນຸດ ຜ່ານກົມການຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ບໍລິຫານ, ພະນັກງານວິຊາການຈາກກົມກິດຈະການນັກສຶກສາ, ກົມການຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ...

Continue reading

ກົມການສຶກສາກ່ອນໄວຮຽນ ແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ 10 ອາທິດ ໄລຍະພັກແລ້ງ ໃຫ້ແກ່ 30 ບ້ານເປົ້າໝາຍ

​ໃນຕອນເຊົ້າວັນທີ 19 ພຶດສະພາ 2026 ທີ່ສະໂມສອນ ວິທະຍາໄລສ້າງຄູດົງຄໍາຊ້າງ, ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ຂັ້ນແຂວງ, ຂັ້ນເມືອງ, ແລະ ຄະນະພັດທະນາການສຶກສາຂັ້ນບ້ານ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປະລິນຍາເອກ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພະນັກງານວິຊາການ, ຜູ້ອໍານວຍການໂຮງຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ ຈາກ 30 ບ້ານເປົ້າໝາຍ ແລະ ພະນັກງານໂຄງການ ເຂົ້າຮ່ວມທັງໝົດ 109...

Continue reading

ບໍລິສັດ ແກ້ວມະນີວົງ ຮ່ວມມືກັບ ບໍລິສັດ ເອັມເຄອີ ນໍາເຂົ້າລົດຖີບໄຟຟ້າ ສະໜອງໃຫ້ນ້ອງນັກຮຽນ-ນັກສຶກສາ ໃນລາວ

ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ຮ່ວມມືກັບ ບໍລິສັດ ເອັມເຄອີ (MKE) ເອເລັກໂຕຣນິກລາວ ຈໍາກັດ ນໍາເຂົ້າລົດຖີບໄຟຟ້າ (ສອງລໍ້) ມາຈາກ ສປ ຈີນ ເພື່ອຊຸກຍູ້-ສົ່ງເສີມໃຫ້ ຄູ-ອາຈານ, ນ້ອງນັກຮຽນ – ນັກສຶກສາ ແລະ ຜູ້ປົກຄອງທັງພາກລັດ-ເອກະຊົນໃນຂອບເຂດທົ່ວປະເທດ ໃຫ້ຫັນມາຊົມໃຊ້ລົດຖີບໄຟຟ້າຫຼາຍຂຶ້ນ. ທັງນີ້ ກໍເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ປົກຄອງນ້ອງນັກຮຽນ-ນັກສຶກສາ ພ້ອມທັງປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດໃນທ້ອງຖະໜົນ ແລະ ປະຢັດພະລັງງານນໍ້າມັນຊ່ວຍຄອຍຄົວຂອງພໍ່ແມ່ປະຊາຊົນລາວ. ພິທີເຊັນສັນຍາການຮ່ວມມື (MOA) ລະຫວ່າງ ທ່ານ ບຸນທະນອງ ແກ້ວມະນີວົງ ປະທານບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າຈໍາກັດ ແລະ ທ່ານ ລີ ລຽງຊວງ...

Continue reading

ຮອງລັດຖະມົນຕີ ສສກ ເນັ້ນຄະນະນັກກິລາເອົາໃຈໃສ່ລະບຽບວິໄນ ກ່ອນຮ່ວມງານເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ

ເມື່ອວັນທີ 22 ພຶດສະພາ 2026 ທີ່ຫ້ອງປະຊຸມ 312 ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການໂອ້ລົມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານກິລາ-ກາຍຍະກຳ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ. ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກໍໄດ້ກ່າວລາຍງານການກະກຽມຄວາມພ້ອມໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ໃນເທື່ອນີ້ ມີທັງໝົດ 17 ປະເພດກິລາ ເຊິ່ງໄດ້ແບ່ງອອກເປັນ...

Continue reading

ມຂ ມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ຢ່າງສົມກຽດ ໂອກາດສະຫຼອງວັນສ້າງຕັ້ງ ມຂ ຄົບຮອບ 15 ປີ

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການຂັ້ນ ສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ໃຫ້ແກ່ອະດີດການນຳ, ການນຳຂັ້ນສູງ ແລະ ຜູ້ຊົງຄຸນວຸດທິ ທັງໝົດ 6 ທ່ານ ຢ່າງສົມກຽດ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ພິທີດັ່ງກ່າວຖືກຈັດຂຶ້ນທັງເປັນການສະເຫຼີມສະຫຼອງຜົນງານຜ່ານມາ ຄົບຮອບ 15 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ມຂ (12 ຕຸລາ 2009 – 12 ຕຸລາ 2024) ກ້າວເຂົ້າສູ່ປີທີ 17 (ສົກປີ 2025-2026). ພິທີມອບ-ຮັບດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 22 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ...

Continue reading

ທີມທະຫານຮາບເລກ 2 ວຽງໄຊ ຄວ້າແຊ໋ມເປຕັງ ຊີງຂັນຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ

ທີມທະຫານຮາບເລກ 2 ວຽງໄຊ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ດ້ວຍການຄວ້າແຊ້ມການແຂ່ງຂັນກິລາເປຕັງ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນກຽດຕິຍົດ ຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ ຫຼັງຈາກມີການຊີງໄຊຢ່າງດຸເດືອດ ໃນວັນທີ 23 ພຶດສະພາ 2026 ທີ່ສະໜາມເປຕັງແຂວງຈຳປາສັກ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ. ການແຂ່ງຂັນໃນຄັ້ງນີ້ ມີທີມກິລາເປຕັງຈາກຫຼາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຊີງໄຊທັງໝົດ 64 ທີມ. ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ຜົນປະກົດວ່າ: ອັນດັບທີ 1...

Continue reading

ແຂວງອຸດົມໄຊ ຈັດກິດຈະກຳວັນບານເຕະເຍົາວະຊົນ ປະຈຳປີ 2026 ຢ່າງຄຶກຄື້ນ

ວັນທີ 23 ພຶດສະພາ 2026, ແຂວງອຸດົມໄຊ ໄດ້ຈັດກິດຈະກຳວັນບານເຕະຮາກຖານເຍົາວະຊົນ ຫຼື AFC Grassroots Football Day ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທີ່ສະໜາມກິລາແຂວງອຸດົມໄຊ ເພື່ອມຸ່ງເນັ້ນການສ້າງພື້ນຖານ ແລະ ຄັດເລືອກນັກກິລາບານເຕະລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ. ໃຫ້ກຽດເຂົ້າຮ່ວມໃນພິທີເປີດຄັ້ງນີ້ໂດຍ ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍຄະນະສະຫະພັນກິລາບານເຕະແຂວງ, ຄູຝຶກ, ແລະ ນັກກິລາເຍົາວະຊົນ...

Continue reading

ເກັ່ງຫຼາຍ! ແພຣວາ ຜ່ານເຂົ້າຮອບຊີງຊະນະເລີດ ຍີມນາສະຕິກ ຊີງແຊ໋ມອາຊີ ພ້ອມຄວ້າໂຄຕ້າໄປ ເອຊຽນ ເກມ 2026

ນ້ອງແພຣວາ ມິສາໂຕະ ພິລາພັນເດດ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ໃນການແຂ່ງຂັນກິລາ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ທີ່ປະເທດຄີກິດສະຖານ ພ້ອມຄວ້າສິດຕາງໜ້າປະເທດລາວ ຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນ ເກມ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ. ນ້ອງແພຣວາ ມິສາໂຕະ ພິລາພັນເດດ ສາວນັກກິລາຍີມນາສະຕິກທີມຊາດລາວ ໜຶ່ງດຽວຈາກປະເທດລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ຫຼື ລາຍການ Asian Championships 2026 Bishkek, Kyrgyzstan ຈະສືບຕໍ່ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ນີ້ ທີ່ປະເທດຄີກິສະຖານ...

Continue reading