ນັກສຶກສາລາວ ຄວ້າລາງວັນອັນດັບ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ທີ່ ສສ ຫວຽດນາມ
ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການຄວ້າລາງວັນອັນດັບ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/05/1890 – 19/05/2026) ແລະ ຄົບຮອບ 115 ປີ ແຫ່ງວັນທີ່ທ່ານ ໂຮ່ຈີມິນ ອອກເດີນທາງຊອກຫາເສັ້ນທາງກູ້ຊາດ (05/06/1911 – 05/06/2026). ໃນປີນີ້ ຖືເປັນຄັ້ງທຳອິດທີ່ຕົວແທນນັກສຶກສາລາວ ຈຳນວນ 37 ຄົນ ພາຍໃຕ້ການນຳພາຂອງຄະນະນັກສຶກສາລາວ ສົກຮຽນ 2025-2026 ໄດ້ເຂົ້າຮ່ວມການສະແດງ...








