ວລ ດົງຄຳຊ້າງ ທົບທວນ ແລະ ປັບປຸງຫຼັກສູດສາຍສ້າງຄູໃຫ້ມີຄຸນນະພາບທີ່ດີ
19/05/2026

ວິທະຍາໄລຄູດົງຄໍາຊ້າງ ຈັດກອງປະຊຸມທົບທວນ ແລະ ປັບປຸງຫຼັກສູດສາຍສ້າງຄູ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຫຼັກສູດຕໍ່ເນື່ອງ ສາຍຄູມັດທະຍົມ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ ຄົ້ນຄວ້າຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອຫາວິທີແກ້ໄຂ ແລະ ວາງແຜນການຈັດຕັ້ງການຮຽນ-ການສອນໃນຕໍ່ໜ້າ ກໍຄືສົກຮຽນ 2026- 2027 ນີ້ ໃຫ້ໄດ້ຮັບຜົນດີ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມທົບທວນ ແລະ ປັບປຸງຫຼັກສູດສ້າງຄູພາຍໃນວິທະຍາໄລ ທັງນີ້ກໍເພື່ອປັບປຸງ ແລະ ທົບທວນເນື້ອໃນຫຼັກສູດສາຍສ້າງຄູກ່ອນໄວຮຽນ, ສາຍຄູປະຖົມສຶກສາ ແລະ ສາຍຄູມັດທະຍົມ ລະຫວ່າງວັນທີ 18-22 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄພວັນ ບັນດາສັກ ຮອງຜູ້ອໍານວຍການວິທະຍາໄລດົງຄໍາຊ້າງ, ມີບັນດາຄະນະອໍານວຍການ, ຫົວໜ້າພາກວິຊາ- ຮອງພາກວິຊາ ແລະ ວິຊາການພາຍໃນວິທະຍາໄລເຂົ້າຮ່ວມ.
ວິທະຍາໄລຄູ ດົງຄຳຊ້າງ ໄດ້ປັບດັດວິທີການຈັດຕັ້ງປະຕິບັດ ຫຼັກສູດສ້າງຄູກ່ອນໄວຮຽນ ແລະ ຄູປະຖົມ ພາກຕໍ່ເນື່ອງລະດັບອະນຸປະລິນຍາ ແລະ ປະລິນຍາຕີ ມາຈັດຕັ້ງປະຕິບັດການຮຽນການສອນ ໃນວັນເສົາ ແລະ ວັນອາທິດ ໂດຍມີ 4 ພາກຮຽນ ໃນເວລາ 2 ປີ. ຊຶ່ງຈະຮັກສາຈໍານວນໜ່ວຍກິດ, ຈໍານວນຊົ່ວໂມງຮຽນທິດສະດີ, ຈໍານວນຊົ່ວໂມງພາກປະຕິບັດ, ຈໍານວນຊົ່ວໂມງຄົ້ນຄວ້າ ເພື່ອຮັບປະກັນຄຸນນະພາບ ຕາມມາດຕະຖານຂອງຫຼັກສູດ. ນອກນັ້ນ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດຫຼັກສູດຕໍ່ເນື່ອງ ສາຍຄູມັດທະຍົມ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອຫາວິທີແກ້ໄຂ ແລະ ວາງແຜນການຈັດຕັ້ງການຮຽນການສອນໃນຕໍ່ໜ້າ ກໍຄືສົກຮຽນ 2026- 2027 ນີ້ ໃຫ້ໄດ້ຮັບຜົນດີ, ມີຄວາມແທດເໝາະກັບສະພາບຄວາມເປັນຈິງ ແລະ ແຜນພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄືຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນຍົກປັດຈຸບັນ.
ແນວໃດກໍຕາມ, ວິທະຍາໄລຄູ ດົງຄໍາຊ້າງ ຍັງຈະສໍາຫຼວດຄວາມເປັນໄປໄດ້ ແລະ ຄວາມຮຽກຮ້ອງຕ້ອງການຂອງຄູ ທີ່ຈະມາຍົກລະດັບໃນພາກວັນເສົາ ແລະ ວັນອາທິດ ພ້ອມທັງອອກແບບ, ກໍານົດວິທີການ ແລະ ເຄື່ອງມືໃນການກວດສອບ, ຕິດຕາມ ແລະ ປະເມີນຜົນພາກປະຕິບັດ ແລະ ການຄົ້ນຄວ້າບົດຮຽນນອກຫ້ອງຮຽນ/ຢູ່ໂຮງຮຽນທີ່ນັກສຶກສາສອນ ໃຫ້ມີປະສິດທິພາບ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ














