Skip to main content

ສອງພາກສ່ວນຝຶກອົບຮົມການສ້າງຄູຝຶກ ແລະ ປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນພາຍໃນແຂວງໄຊຍະບູລີ

19/05/2026
ໃນວັນທີ 14 ພຶດສະພາ 2026 ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມການສ້າງຄູຝຶກ ແລະ ການປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນແຂວງໄຊຍະບູລີ ພາຍໃຕ້ຫົວຂໍ້ ກະສິກຳ ແລະ ປ່າໄມ້ ໂດຍເປັນປະທານຮ່ວມຂອງທ່ານ ຈັນທະວີ ວັນນະພາຜົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຈ.ປອ ຊູ ຈຽນຊູ ຜູ້ອຳນວຍການສະຖາບັນພຶກສາສາດຄຸນໝິງ, ພ້ອມດ້ວຍບັນດາແຂກຖືກເຊີນຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ 40 ທ່ານ ຍິງ 21 ທ່ານ.
ກອງປະຊຸມໃນຄັ້ງນີ້ແມ່ນເພື່ອລວບລວມຄວາມຮູ້ທາງດ້ານວິທະຍາສາດ ແລະ ພູມປັນຍາຊາວບ້ານໃນການເລືອກຊະນິດພັນ, ການຜະລິດກະສິກຳ-ປ່າໄມ້ ແລະ ການເຮັດກະສິກຳແບບໝູນວຽນ ສຳລັບກະສິກຳຂັ້ນແຂວງ, ຂັ້ນເມືອງ, ບັນດາອາຈານ, ນ້ອງນັກຮຽນ ແລະ ເພີ່ມຄວາມຮັບຮູ້ ແກ່ເຍົາວະຊົນກ່ຽວກັບກະສິກຳ-ປ່າໄມ້, ການອານຸລັກສີ່ງແວດລ້ອມໃນການສ້າງຄວາມຄິດສ້າງສັນ, ການແບ່ງປັນຄວາມຮູ້ເພື່ອອະນາຄົດທີ່ຍືນຍົງ ແລະ ເສີມສ້າງການຮ່ວມມືກັນລະຫວ່າງໂຮງຮຽນ ແລະ ຊຸມຊົນໃນການອານຸລັກສີ່ງແວດລ້ອມ, ກວດຄວາມຖືກຕ້ອງຂອງຂໍ້ມູນໃນແຕ່ລະໂຮງຮຽນ, ເມືອງ ແລະ ແຂວງ ໃນຂໍ້ມູນລະບົບອອນລາຍ, ອອບລາຍ. ໃນກອງປະຊຸມດັ່ງກ່າວຍັງໄດ້ປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນ ເຊິ່ງໃນແຂວງໄຊຍະບູລີ ແມ່ນໄດ້ສົ່ງຮູບເຂົ້າແຂ່ງຂັນທັງໝົດ 9 ເມືອງ ລວມມີ 23 ໂຮງຮຽນສົ່ງຮູບເຂົ້າຮ່ວມ, ຮູບພາບທັງໝົດແມ່ນ 50 ຮູບ ແລະ ສາມາດເຂົ້າຮອບໄດ້ 16 ຮູບ ໃນນີ້ 6 ຮູບ ແມ່ນໄດ້ຮັບລາງວັນຄື: ອັນດັບທີ 1 ນາງ ປະລີນດາ ສຸທຳແພງ ຈາກໂຮງຮຽນ ມສ ຊຽງຮ່ອນ ເມືອງຊຽງຮ່ອນ, ອັນດັບທີ 2 ທ້າວ ລີ ເຮີ ຈາກໂຮງຮຽນ ມສ ເມືອງຄອບ ເມືອງຄອບ ແລະ ນາງ ທິບສຸດາ ໄຊວຸດທິ ຈາກ ໂຮງຮຽນ ມ.ຕົ້ນ ສາມັກຄີໄຊ ເມືອງເງິນ, ອັນດັບທີ 3 ທ້າວ ອາມິນ ສຸດທະປັນຍາ ຈາກ ໂຮງຮຽນ ມສ ແທ່ນຄຳ ເມືອງຫົງສາ, ທ້າວ ສົມພັນ ອິນທະວົງ ຈາກ ມສ ມິດປະຊາ ເມືອງພຽງ ແລະ ນາງ ລັດສະໝີ ປັນຍາທອງ ຈາກໂຮງຮຽນ ມສ ຊຽງຮ່ອນ ເມືອງຊຽງຮ່ອນ.
ໃນຕອນທ້າຍກອງປະຊຸມ ທ່ານ ຈັນທະວີ ວັນນະພາຜົນ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກິດຈະກໍາດັ່ງກ່າວ ແມ່ນໄດ້ມີຄວາມສຳຄັນ ໃນການສ້າງເຍົາວະຊົນໃນມື້ນີ້ໃຫ້ກາຍເປັນນັກວິຊາການທາງດ້ານກະສິກໍາ-ປ່າໄມ້ ແລະ ກະສິກໍາແບບໝູນວຽນໃນອະນາຄົດ ເພື່ອການຫັນປ່ຽນເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ເພີ່ມຄວາມອາດສາມາດ ໃນການປັບຕົວຂອງຊຸມຊົນໃນແຂວງໄຊຍະບູລີ ຊຶ່ງຈະເຮັດໃຫ້ພະນັກງານ ຄູ-ອາຈານ ແລະ ນັກຮຽນ ໄດ້ຮູ້ເຖິງການດຳລົງຊີວິດຕາມພູມດຳເນົາຂອງພວກເຮົາ, ການຖາງປ່າເຮັດໄຮ່ແບບໝູນວຽນ, ຄວາມກົມກຽວຂອງຊີວະນາໆພັນ, ລະບົບການຜະລິດແບບປ່າໄມ້, ພືດ ແລະ ສັດຊະນິດຕ່າງໆ ສາມາດອາໃສ່ຊື່ງກັນ ແລະ ກັນໄດ້, ພ້ອມນັ້ນຍັງຮູ້ເຖິງເສດຖະກິດແບບໜູນວຽນ, ຮູ້ວີທີນຳໃຊ້ເທັກໂນໂລຊີໃໝ່ ແລະ ຊີວິດການເປັນຢູ່ໃນອະນາຄົດ. ຊຶ່ງພະນັກງານ, ຄູ-ອາຈານ ແລະ ນັກຮຽນ ສາມາດນຳໃຊ້ລະບົບຂອງການຜະລິດກະສິກຳແບບປະສົມປະສານ ແລະ ນຳໃຊ້ເປັນເສດຖະກິດແບບໝູນວຽນໃນປະຈຸບັນໄດ້.
ພາບ-ຂ່າວ: ສກຂ ໄຊຍະບູລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ