ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຝຶກອົບຮົມສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ
19/05/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍບັນດາອະດິດການນຳຂັ້ນສູງ, ຕາງໜ້າຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ສະຫະພັນກໍາມະບານ ສສກ ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ກ່າວໃຫ້ຮູ້ວ່າ: “ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະເປີດໂອກາດໃຫ້ສະມາຊິກຄະນະກຳມະການສະຫະພັນແມ່ຍິງ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາທັກສະໃນການເປັນຜູ້ນຳ ແລະ ຮຽນຮູ້ເຊິ່ງແລະກັນ. ເມື່ອຜູ້ຊາຍ ແລະ ແມ່ຍິງ ໄດ້ຮັບການສະໜັບສະໜູນຢ່າງເທົ່າທຽມກັນ ເພື່ອບັນລຸເປົ້າໝາຍດ້ານວິຊາສະເພາະຂອງເຂົາເຈົ້າ, ທຸກຄົນຈະໄດ້ຮັບຜົນປະໂຫຍດຜ່ານການເຮັດວຽກເປັນທີມທີ່ດີຂຶ້ນ, ມີໝາກຜົນເພີ່ມຂຶ້ນ ແລະ ມີສະພາບແວດລ້ອມການເຮັດວຽກໃນທາງບວກຫຼາຍຂຶ້ນ.
ໂອກາດດຽວກັນ, ທ່ານ ປອ ຕຸລາວັນ ໜໍ່ເມືອງເສດ ກ່າວວ່າ: ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະເປັນເສັ້ນທາງໃຫ້ແກ່ແມ່ຍິງໃນການເຕີບໃຫຍ່ເປັນຜູ້ນຳ ປະກອບສ່ວນເຂົ້າໃນສະຖາບັນທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຫຼາຍຂຶ້ນພາຍໃນ ສສກ. ສະຫະພັນແມ່ຍິງ ຍາມໃດກໍໄດ້ເປັນກໍາລັງແຮງ ແລະ ເປັນກະບອກສຽງ ໃນການປະກອບສ່ວນເຂົ້າໃນວຽກງານການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ; ສະມາຊິກແມ່ຍິງຫຼາຍສະຫາຍໄດ້ມີບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ສໍາຄັນໃນຫຼາຍຂົງເຂດວຽກງານວິຊາສະເພາະ, ເປັນກໍາລັງແຮງໃນການປູກຝັງແນວຄິດ-ຄ່ານິຍົມ, ການຮຽນຮູ້, ການພັດທະນາຕົນເອງ, ການສົ່ງເສີມຄວາມຄິດສ້າງສັນ, ການຖ່າຍທອດຄວາມຮູ້ ໃຫ້ແກ່ຊັບພະຍາກອນມະນຸດຂອງຊາດ; ການສົ່ງເສີມ ແລະ ຮັກສາມູນເຊື້ອທາງດ້ານວັດທະນະທໍາ-ຮີດຄອງປະເພນີ ອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຊາດຕະຫຼອດມາ.
ຄຽງຄູ່ກັບການເຄື່ອນໄຫວວຽກງານຕົວຈິງຂອງສະຫະພັນແມ່ຍິງ ສສກ ເຫັນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ປັດໄຈ ບາງດ້ານທີ່ຍັງເປັນບັນຫາຖ່ວງດຶງ ເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນ ບໍ່ທັນບັນລຸຕາມແຜນທີ່ວາງໄວ້; ແຕ່ເຖິງຢ່າງໃດກໍຕາມ, ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດຂອງ ຄະນະພັກແຕ່ລະຂັ້ນ ແລະ ການປະສານສົມທົບຢ່າງກົມກຽວກັບອົງການຈັດຕັ້ງພາຄີ ກໍຄື ຊາວໜຸ່ມ ແລະ ກໍາມະບານ ຈະເຮັດໃຫ້ການເຄື່ອນໄຫວຂອງ ອົງການຈັດຕັ້ງມະຫາຊົນ ຕິດພັນກັບຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ມີຜົນສໍາເລັດ ເປັນຢ່າງດີ.
ທ່ານ ປອ ຕຸລາວັນ ໜໍ່ເມືອງເສດ ຍັງເນັ້ນຕື່ມອີກວ່າ: ເພື່ອເຮັດກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍ ກໍຄື ຈຸດປະສົງທີ່ວາງໄວ້ ແລະ ສາມາດ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າແຜນວຽກທີ່ວາງໄວ້; ຂໍມີຄໍາເຫັນແລກປ່ຽນ ເພື່ອເປັນແນວທາງໃນການເຄື່ອນໄຫວຂອງ ຄະນະບໍລິຫານງານແມ່ຍິງກະຊວງ ໃນການນໍາພາບັນດາຮາກຖານທີ່ຂຶ້ນກັບ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນກໍາມະບານ ຈົ່ງພ້ອມກັນຄົ້ນຄວ້າ ແລະ ກໍານົດເນື້ອໃນໃສ່ໃນ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະຫະພັນແມ່ຍິງ ສສກ ໂດຍສະເພາະແມ່ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງ ສສກ ໃຫ້ມີຄວາມຊັດເຈນ ບົນພື້ນຖານໃຫ້ຖືກຕາມລະບຽບການ ແລະ ນິຕິກໍາ ທີ່ວາງໄວ້; , ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ຮ່ວມກັບນໍາບັນດາທ່ານທີ່ເປັນວິທະຍາກອນ ໃນວຽກງານການສ້າງຄວາມເຂັ້ມແຂງໃນການບໍລິຫານໂຄງການ, ການວິເຄາະ ແລະ ການນໍາໃຊ້ຜົນການວິເຄາະ ເຂົ້າໃນວຽກງານຕົວຈິງ.
ພ້ອມກັນເອົາໃຈໃສ່ ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ແລກປ່ຽນປະສົບການ ເຂົ້າໃນ (ຮ່າງ) ແຜນພັດທະນາ ຂອງ ສະຫະພັນແມ່ຍິງ ສສກ 5 ປີ ທີ່ຈະເປັນແຜນປະຕິບັດວຽກໃນຕໍ່ໜ້າ ໃຫ້ເປັນສະບັບທີ່ສົມບູນ ແລະ ມີຄວາຊັດເຈນທາງດ້ານເນື້ອໃນ, ວິທີການຈັດຕັ້ງປະຕິບັດ ແລະ ສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ຢ່າງແທ້ຈິງ ແລະ ກໍານົດແຜນວຽກ ແລະ ກິດຈະກໍາ ທີ່ຊັດເຈນ ໃນການຮ່ວມມືກັບແຜນງານບີຄວາ ແຕ່ປີ 2026-2028 ໃຫ້ເປັນແຜນງານລະອຽດໃນການນໍາສະເໜີ ແລະ ລາຍງານຕໍ່ ຄະນະພັກ ຄະນະນໍາ ກະຊວງ ທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳ ຈະໄດ້ຖືກຈັດຕັ້ງປະຕິບັດເພື່ອສົ່ງເສີມສ້າງຄວາມເຂັ້ມແຂງແມ່ຍິງໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ລະຫວ່າງເດືອນ ເມສາ 2026 ຫາ ເດືອນ ມັງກອນ 2028 ເປັນຕົ້ນໄປ.
ພາບ-ຂ່າວໂດຍ ສົງການ ພັນແພງດີ















