Skip to main content

Author: Mitlandone Thepninhom

ສຳນັກຂ່າວສານຫວຽດນາມ ເປີດໂຕສິ່ງພິມຂໍ້ມູນສະເພາະກິດ “ເຕັກໂນໂລຊີ ແລະ ອະນາຄົດ” ໂອກາດວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ

ໃນຕອນເຊົ້າວັນທີ 18 ພຶດສະພາ 2026 ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 – 19/5/2026), ສຳນັກຂ່າວສານຫວຽດນາມ (TTXVN) ໄດ້ເປີດໂຕສິ່ງພິມຂໍ້ມູນສະເພາະກິດ “ເຕັກໂນໂລຊີ ແລະ ອະນາຄົດ”, ເພື່ອຕອບຮັບການຈັດຕັ້ງປະຕິບັດຕາມມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ນີ້ແມ່ນສິ່ງພິມສະເພາະກິດທີ່ອອກເປັນລາຍເດືອນ, ເພື່ອສະໜອງເອກະສານອ້າງອີງແບບເຈາະເລິກ ຮັບໃຊ້ໃຫ້ແກ່ງານການນຳພາ-ຊີ້ນຳຂອງພັກ ແລະ...

Continue reading

ປະກາດແຕ່ງຕັ້ງ ທ່ານ ອະນຸສອນ ສຸດທິວົງ ຂຶ້ນເປັນວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂອງພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 15 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີ,ທ່ານ ນາງ ຈັນເພັງສຸກ ເພັດຕະພອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການອ້ອມຂ້າງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຕາງໜ້າມະຫາວິທະຍາໄລ, ວິທະຍາໄລ, ຫົວໜ້າສະມາຄົມສະຖານສຶກສາພາກເອກະຊົນ, ຂະແໜງການໃນພະແນກ...

Continue reading

ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຮັບແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ ຄົນໃໝ່

ໃນວັນທີ 14 ພຶດສະພາ 2026 ທີ່ສະໂມສອນເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີບັນດາຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ເລຂາພັກເມືອງອາດສະພັງທອງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກເມືອງໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ຄຳວິໄສ ຜຸຍຍະວົງ...

Continue reading

ຈາກຢາດນ້ຳຕາສູ່ຮອຍຍິ້ມ! ເສັ້ນທາງກັບຄືນສູ່ໂຮງຮຽນ ແລະ ຄວາມຫວັງໃໝ່ຂອງ “ນ້ອງສອນ”

ໃນເຂດຊົນນະບົດທີ່ຫ່າງໄກຂອງແຂວງຫຼວງພະບາງ, ເລື່ອງລາວຂອງເດັກຍິງອາຍຸ 11 ປີ ຄົນໜຶ່ງ ທີ່ຊື່ວ່າ “ນ້ອງສອນ” ກຳລັງກາຍເປັນບົດຮຽນອັນລ້ຳຄ່າ ທີ່ສະທ້ອນໃຫ້ພວກເຮົາເຫັນວ່າ “ການສຶກສາ” ບໍ່ແມ່ນພຽງແຕ່ການຮຽນໜັງສື, ແຕ່ມັນຄືການປົກປ້ອງອະນາຄົດ ແລະ ຄວາມຝັນຂອງເດັກນ້ອຍຄົນໜຶ່ງ ຈາກມໍລະສຸມຂອງຊີວິດ.ເມື່ອຟ້າຝົນບໍ່ເປັນໃຈ ວິກິດທີ່ເກືອບເຮັດໃຫ້ຄວາມຝັນຢຸດສະງັກ ນ້ອງສອນ ນັກຮຽນຊັ້ນປະຖົມສຶກສາປີທີ 5 (ປ.5) ຜູ້ທີ່ມີຄວາມມຸ່ງໝັ້ນ, ແຕ່ຊີວິດພັດຖືກທົດສອບດ້ວຍບັນຫາຄອບຄົວ ແລະ ຄວາມຫຍຸ້ງຍາກທາງດ້ານການເງິນທີ່ທັບຖົມເຂົ້າມາ. ຄວາມຈຳເປັນບັງຄັບໃຫ້ນ້ອງຕ້ອງຍ້າຍໄປອາໄສຢູ່ກັບພີ່ນ້ອງຢູ່ຕ່າງເມືອງ, ເຮັດໃຫ້ເສັ້ນທາງການສຶກສາຂອງນ້ອງຖືກຕັດຂາດລົງ....

Continue reading

ຄະນະນຳ ສສກ ຮ່ວມກັບ ທະນາຄານໂລກ ລົງຕິດຕາມໂຄງການ GPE III-LEAP ຢູ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 13-16 ພຶດສະພາ 2026, ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ຮສ.ປອ ຫລ້າວັນ ວົງຄໍາສານ, ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກະຊວງ ສສກ ແລະ ທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງ ສສກ, ທ່ານ ໄມເຄິນ ດຣາບໂບ (Michael Drabble) ນັກເສດຖະສາດອາວຸໂສ ແລະ ທ່ານ ລໍຣີ ບິນໂນເນັນ (Lauri Binonen) ຊ່ຽວຊານອາວຸໂສດ້ານການສຶກສາ ຈາກທະນາຄານໂລກ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3 ຫຼື ໂຄງການ “ການຮຽນຮູ້ ແລະ ຄວາມເທົ່າທຽມ” (GPE III-LEAP)...

Continue reading

ແຂວງຖາຍຫງວຽນ ສສ ຫວຽດນາມ ມອບທຶນການສຶກສາກວ່າ 80 ທຶນ ໃຫ້ແກ່ນັກສຶກສາແຂວງບໍລິຄຳໄຊ

ໃນວັນທີ 13 ພຶດສະພາ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ມີພິທີພົບປະແລກປ່ຽນບົດຮຽນ ແລະ ລົງນາມບົດບັນທຶກຄວາມຮ່ວມມື ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ປະຈຳແຂວງຖາຍຫງວຽນ ສສ ຫວຽດນາມ ເຊິ່ງຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ຝ່າຍແຂວງຖາຍຫງວຽນ ນຳໂດຍ ສະຫາຍ ຫງວຽນ ກົງເຍືອງ ຮອງປະທານຜູ້ປະຈຳການ ສະມາຄົມມິດຕະພາບຫວຽດນາມ-ລາວ ປະຈຳແຂວງຖາຍຫງວຽນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ...

Continue reading

ມອບ-ຮັບປື້ມ “ຊີວິດຄືການເດີນທາງ ຫາກຂາດໂອກາດ ຄວາມສາມາດ ກໍບໍ່ເປັນປະໂຫຍດ” ຜົນງານການຂຽນຂອງທ່ານ ພັນຄໍາ ວິພາວັນ

ພິທີມອບ-ຮັບປື້ມ ທີ່ມີຊື່ວ່າ “ຊີວິດຄືການເດີນທາງ ຫາກຂາດໂອກາດ ຄວາມສາມາດ ກໍບໍ່ເປັນປະໂຫຍດ” ໄດ້ມີຂຶ້ນເມື່ອວັນທີ 15 ພຶດສະພາ 2026 ໂດຍໃຫ້ກຽດມອບຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ມີຜູ້ຕາງໜ້າຈາກສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສຳລັບການມອບ ແລະ ເນື້ອໃນສຳຄັນຂອງປື້ມ ແມ່ນຜົນງານການຮິບໂຮມປະສົບການ ການຖ່າຍທອດເລື່ອງລາວຊີວິດຈິງ ແລະ ຄວາມຊົງຈຳຂອງທ່ານ ພັນຄຳ ວິພາວັນ ນັບຕັ້ງແຕ່ສະໄໝຍັງເຍົາໄວ,...

Continue reading