ແຂວງຖາຍຫງວຽນ ສສ ຫວຽດນາມ ມອບທຶນການສຶກສາກວ່າ 80 ທຶນ ໃຫ້ແກ່ນັກສຶກສາແຂວງບໍລິຄຳໄຊ
15/05/2026

ໃນວັນທີ 13 ພຶດສະພາ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ມີພິທີພົບປະແລກປ່ຽນບົດຮຽນ ແລະ ລົງນາມບົດບັນທຶກຄວາມຮ່ວມມື ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ປະຈຳແຂວງຖາຍຫງວຽນ ສສ ຫວຽດນາມ ເຊິ່ງຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ຝ່າຍແຂວງຖາຍຫງວຽນ ນຳໂດຍ ສະຫາຍ ຫງວຽນ ກົງເຍືອງ ຮອງປະທານຜູ້ປະຈຳການ ສະມາຄົມມິດຕະພາບຫວຽດນາມ-ລາວ ປະຈຳແຂວງຖາຍຫງວຽນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຮ່ວມມືກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໂດຍເນັ້ນໃສ່ການເຊື່ອມໂຍງລະຫວ່າງບັນດາໂຮງຮຽນວິທະຍາໄລ ເສດຖະກິດ-ເຕັກນິກ ຂອງແຂວງຖາຍຫງວຽນ ກັບແຂວງບໍລິຄຳໄຊ. ໃນໂອກາດນີ້, ຝ່າຍແຂວງຖາຍຫງວຽນ ໄດ້ເຫັນດີມອບທຶນການສຶກສາໃຫ້ແກ່ນັກສຶກສາແຂວງບໍລິຄຳໄຊ ເພື່ອໄປສຶກສາຕໍ່ໃນສົກຮຽນ 2026-2027 ດັ່ງນີ້: ວິທະຍາໄລທ່ອງທ່ຽວດາລາດ ມອບທຶນການສຶກສາ ຈຳນວນ 20-30 ທຶນ (ໄລຍະຮຽນ 4 ປີ); ບໍລິສັດ ດາຍເຍື່ອງ (ພາຍໃຕ້ສະມາຄົມມິດຕະພາບ) ມອບທຶນການສຶກສາ ຈຳນວນ 50 ທຶນ ໃຫ້ແກ່ນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເພື່ອໄປຮຽນຢູ່ວິທະຍາໄລຖາຍຫງວຽນ ແລະ ບັນດາວິທະຍາໄລອື່ນໆ. ພິເສດ, ນັກສຶກສາປີສຸດທ້າຍຈະໄດ້ລົງຝຶກງານຕົວຈິງຢູ່ທີ່ວິສາຫະກິດ FDI ຂອງບໍລິສັດ ດາຍເຍື່ອງ; ສະຖາບັນພັດທະນາການສຶກສາວິຊາຊີບ ATEC ຈະເປັນຂົວຕໍ່ປະສານງານກັບມະຫາວິທະຍາໄລຕ່າງໆໃນຫວຽດນາມ ເພື່ອສ້າງຫຼັກສູດປະລິນຍາໂທ ໃຫ້ແກ່ພະນັກງານ ແລະ ຜູ້ທີ່ສົນໃຈໃນແຂວງບໍລິຄຳໄຊ ໂດຍຈະໄດ້ຮັບສ່ວນຫຼຸດຄ່າຮຽນ 50% ຕາມລະບຽບການ ພ້ອມທັງຊ່ວຍເຫຼືອດ້ານຕຳລາຮຽນໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ.
ໃນຕອນທ້າຍຂອງພິທີ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການຮ່ວມມືດ້ານການສຶກສາ ແລະ ພັດທະນາບຸກຄະລາກອນ ລະຫວ່າງສອງທ້ອງຖິ່ນໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ໂດຍຕາງໜ້າລົງນາມໂດຍ ທ່ານ ໂພເພັດ ກຸນນາວົງ ແລະ ທ່ານ ຫງວຽນ ກົງເຍືອງ ໂດຍຊ້ອງໜ້າຄະນະຜູ້ແທນທັງສອງຝ່າຍ.
ຂ່າວ: ພູວົງ
ພາບ: ວຽງສະຫວັນ













