Skip to main content

ຄະນະນຳ ສສກ ຮ່ວມກັບ ທະນາຄານໂລກ ລົງຕິດຕາມໂຄງການ GPE III-LEAP ຢູ່ແຂວງສະຫວັນນະເຂດ

15/05/2026
ໃນລະຫວ່າງວັນທີ 13-16 ພຶດສະພາ 2026, ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ຮສ.ປອ ຫລ້າວັນ ວົງຄໍາສານ, ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກະຊວງ ສສກ ແລະ ທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງ ສສກ, ທ່ານ ໄມເຄິນ ດຣາບໂບ (Michael Drabble) ນັກເສດຖະສາດອາວຸໂສ ແລະ ທ່ານ ລໍຣີ ບິນໂນເນັນ (Lauri Binonen) ຊ່ຽວຊານອາວຸໂສດ້ານການສຶກສາ ຈາກທະນາຄານໂລກ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3 ຫຼື ໂຄງການ “ການຮຽນຮູ້ ແລະ ຄວາມເທົ່າທຽມ” (GPE III-LEAP) ຢູ່ບັນດາເມືອງເປົ້າໝາຍໃນແຂວງສະຫວັນນະເຂດ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການໃນພາກປະຕິບັດຕົວຈິງ. ພ້ອມກັນນັ້ນ ກໍເພື່ອຮັບຟັງບັນຫາ, ສິ່ງທ້າທາຍຈາກພື້ນທີ່ ເພື່ອຮ່ວມກັນປຶກສາຫາລືຫາແນວທາງປັບປຸງໃຫ້ການດຳເນີນໂຄງການມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງໃນໄລຍະຍາວ. ເຊິ່ງການໄດ້ລົງຕິດຕາມກິດຈະກຳຢູ່ 4 ໂຮງຮຽນ ໃນ 2 ເມືອງ ເປົ້າໝາຍ ຄື: ເມືອງພະລານໄຊ ມີໂຮງຮຽນປະຖົມນາໂພວັດ ແລະ ໂຮງຮຽນປະຖົມພະລານໃຕ້ ແລະ ເມືອງພີນ ມີໂຮງຮຽນປະຖົມທ່າອຸດົມ ແລະ ໂຮງຮຽນປະຖົມສະລອຍ.
ໃນການລົງຢ້ຽມຢາມ, ຄະນະດັ່ງກ່າວ ໄດ້ສັງເກດການຮຽນ-ການສອນໃນຫ້ອງຮຽນ ແລະ ຕິດຕາມກິດຈະກຳສຳຄັນທີ່ໂຄງການສະໜັບສະໜູນ ເປັນຕົ້ນແມ່ນການປຸກສ້າງຫ້ອງຮຽນສຳລັບກຸ່ມພັດທະນາເດັກໃນຊຸມຊົນ, ກິດຈະກຳກຽມຄວາມພ້ອມດ້ານການອ່ານ ແລະ ການສົ່ງເສີມໂພຊະນາການ (ອາຫານທ່ຽງໃນໂຮງຮຽນ) ແລະ ການຄຸ້ມຄອງດ້ານສິ່ງແວດລ້ອມ-ສັງຄົມ ແລະ ການນຳໃຊ້ເງິນບໍລິຫານສະຖານການສຶກສາ.
ນອກຈາກການຕິດຕາມກິດຈະກຳແລ້ວ, ຄະນະຍັງໄດ້ສົນທະນາແລກປ່ຽນກັບຄະນະອຳນວຍການ, ຄູສອນ, ຜູ້ປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບຟັງສິ່ງທ້າທາຍໃນພື້ນທີ່ຫ່າງໄກ ເຊັ່ນ: ການຂາດແຄນສື່ການຮຽນ-ການສອນ ແລະ ຄວາມຕ້ອງການໃນການພັດທະນາທັກສະການສອນຂອງຄູ.
ໃນໂອກາດນີ້, ທີມງານທະນາຄານໂລກ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງຄູອາຈານ ແລະ ຊຸມຊົນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນພັດທະນາການສຶກສາໃຫ້ແກ່ເດັກນ້ອຍ. ພ້ອມທັງໄດ້ມອບອຸປະກອນການຮຽນ-ການສອນຈຳນວນໜຶ່ງໃຫ້ແກ່ໂຮງຮຽນ ເພື່ອນຳໃຊ້ເຂົ້າໃນການພັດທະນາທັກສະການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນ.
ການລົງຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເປັນການຕິດຕາມວຽກງານເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນເຖິງສາຍພົວພັນອັນແໜ້ນແຟ້ນ ແລະ ຄວາມຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກ ໃນການຍົກລະດັບຄຸນນະພາບການສຶກສາຂອງ ສປປ ລາວ ໃຫ້ມີຄວາມທົ່ວເຖິງ ແລະ ເທົ່າທຽມ.
ພາບ-ຂ່າວຈາກ: ກົມແຜນການ ກະຊວງ ສສກ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ