Skip to main content

ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຮັບແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ ຄົນໃໝ່

15/05/2026
ໃນວັນທີ 14 ພຶດສະພາ 2026 ທີ່ສະໂມສອນເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີບັນດາຜູ້ຕາງໜ້າຈາກພະແນກການອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ເລຂາພັກເມືອງອາດສະພັງທອງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກເມືອງໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຈັດຕັ້ງພະນັກງານ ໂດຍສະເພາະແມ່ນມະຕິຕົກລົງ ສະບັບເລກທີ 400/ຄປພຂ: ຕົກລົງຍົກຍ້າຍ ສະຫາຍ ສີສະຫວາດ ເພັງທະລັງສີ ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງສະຫວັນນະເຂດ; ມະຕິຕົກລົງ ສະບັບເລກທີ 405/ຄປພຂ: ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ ຄົນໃໝ່.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດມອບມະຕິຕົກລົງໃຫ້ແກ່ທັງສອງສະຫາຍ ພ້ອມທັງເປັນສັກຂີພິຍານໃນການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ສີສະຫວາດ ເພັງທະລັງສີ ແລະ ສະຫາຍ ປອ ສຸກສົມພອນ ອະໂນໄທ. ພ້ອມທັງໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ແກ່ຄະນະພັກເມືອງຊຸດໃໝ່ ໂດຍເນັ້ນໜັກໃຫ້ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ນຳພາ-ຊີ້ນຳການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ມີການຫັນປ່ຽນທີ່ດີຂຶ້ນ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງສະຫງ່າງາມ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ