Skip to main content

ມອບ-ຮັບປື້ມ “ຊີວິດຄືການເດີນທາງ ຫາກຂາດໂອກາດ ຄວາມສາມາດ ກໍບໍ່ເປັນປະໂຫຍດ” ຜົນງານການຂຽນຂອງທ່ານ ພັນຄໍາ ວິພາວັນ

15/05/2026

ພິທີມອບ-ຮັບປື້ມ ທີ່ມີຊື່ວ່າ “ຊີວິດຄືການເດີນທາງ ຫາກຂາດໂອກາດ ຄວາມສາມາດ ກໍບໍ່ເປັນປະໂຫຍດ” ໄດ້ມີຂຶ້ນເມື່ອວັນທີ 15 ພຶດສະພາ 2026 ໂດຍໃຫ້ກຽດມອບຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ມີຜູ້ຕາງໜ້າຈາກສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການມອບ ແລະ ເນື້ອໃນສຳຄັນຂອງປື້ມ ແມ່ນຜົນງານການຮິບໂຮມປະສົບການ ການຖ່າຍທອດເລື່ອງລາວຊີວິດຈິງ ແລະ ຄວາມຊົງຈຳຂອງທ່ານ ພັນຄຳ ວິພາວັນ ນັບຕັ້ງແຕ່ສະໄໝຍັງເຍົາໄວ, ວິຖີການດຳລົງຊີວິດ, ຈົນເຖິງໄລຍະການປະຕິບັດໜ້າທີ່ວຽກງານຮັບໃຊ້ປະເທດຊາດໃນຕຳແໜ່ງອັນສູງສົ່ງ ກ່ອນທີ່ທ່ານຈະພັກຜ່ອນຮັບບໍານານ.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ເນັ້ນຢ້ຳວ່າ ການມອບປື້ມໃນຄັ້ງນີ້ ມີສອງສ່ວນສຳຄັນ ຄື: ສ່ວນໜຶ່ງແມ່ນມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອເປັນເອກະສານອ້າງອີງ ແລະ ສ່ວນທີສອງແມ່ນຈຳນວນ 100 ຫົວ ເພື່ອໃຫ້ທາງສະຖາບັນນຳໄປວາງສະແດງ ຫຼື ຈຳໜ່າຍຕາມລະບຽບການ.
ໂອກາດດັ່ງກ່າວ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານອະດີດນາຍົກລັດຖະມົນຕີ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ມອບຜົນງານອັນລ້ຳຄ່ານີ້ໃຫ້, ເຊິ່ງທາງສະຖາບັນ ສວສ ມີແຜນການທີ່ຈະນຳປື້ມດັ່ງກ່າວໄປຂຶ້ນທະບຽນໄວ້ໃນຫໍສະໝຸດ ເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະ ນັກຮຽນນັກສຶກສາໄດ້ເຂົ້າເຖິງ ແລະ ສຶກສາຮຽນຮູ້. ພ້ອມດຽວກັນນີ້, ຍັງໄດ້ມີການປຶກສາຫາລືກ່ຽວກັບການຈັດພິມເພີ່ມເຕີມ ເພື່ອໃຫ້ກາຍເປັນປື້ມອ່ານເສີມໃນລະບົບການສຶກສາ ນັບແຕ່ຊັ້ນປະຖົມຈົນເຖິງມັດທະຍົມ.

ນອກຈາກນັ້ນ, ຍັງມີການສະເໜີໃຫ້ມີການກວດກາຄືນດ້ານສຳນວນພາສາໃຫ້ມີຄວາມເໝາະສົມກັບມາດຕະຖານການພິມຈຳໜ່າຍໃນນາມ ສວສ ແຕ່ຍັງຄົງຮັກສາເນື້ອໃນຈິດໃຈ ແລະ ບົດຮຽນຕົວຈິງຂອງທ່ານ ພັນຄຳ ວິພາວັນ ໄວ້ຢ່າງຄົບຖ້ວນ. ປື້ມຫົວນີ້ຖືເປັນບົດຮຽນອັນລ້ຳຄ່າທີ່ສະທ້ອນໃຫ້ເຫັນວ່າ ຄວາມສາມາດພຽງຢ່າງດຽວອາດບໍ່ພໍ, ແຕ່ການໄດ້ຮັບ “ໂອກາດ” ແລະ ການນຳໃຊ້ໂອກາດນັ້ນໃຫ້ເປັນປະໂຫຍດຕໍ່ສ່ວນລວມແມ່ນສິ່ງທີ່ສຳຄັນທີ່ສຸດໃນເສັ້ນທາງແຫ່ງຊີວິດ.
ໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ