ປຶກສາຫາລື ການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອທົບທວນຫົວຂໍ້ຄົ້ນຄວ້າວິທະຍາສາດ
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງວຽກງານຂອງຄະນະກຳມະການວິຊາການຄືນໃໝ່ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນວັນທີ 5 ພຶດສະພາ 2026 ທີ່ຫ້ອງປະຊຸມຂອງຫ້ອງການສະພາວິທະຍາສາດແຫ່ງຊາດ (ໃນຮົ້ວສຳນັກງານນາຍົກລັດຖະມົນຕີ), ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຄະນະສະພາບໍລິຫານ ກພວຕ ທັງເປັນຫົວໜ້າກອງເລຂາກອງທຶນ, ມີຄະນະກຳມະການວິຊາການກອງທຶນທັງ 6 ກຸ່ມ ຄື: ກຸ່ມວິທະຍາສາດກາຍະພາບ, ກຸ່ມວິທະຍາສາດຊີວະພາບ, ກຸ່ມວິທະຍາສາດສຸຂະພາບ, ກຸ່ມວິທະຍາສາດສັງຄົມ,...








