Skip to main content

ວລ ລາວ-ທ໊ອບ ຮ່ວມມືກັບ ບໍລິສັດ 108 Job ສ້າງຄວາມເຂັ້ມແຂງໃຫ້ນັກສຶກສາກ່ອນກ້າວເຂົ້າສູ່ຕະຫຼາດແຮງງານ

06/05/2026
ໃນວັນທີ 30 ເມສາ 2026 ໄດ້ມີພິທີເຊັນສັນຍາການຮ່ວມມື ລະຫວ່າງ ວິທະຍາໄລ (ວລ) ລາວ-ທ໊ອບ ແລະ ບໍລິສັດ 108 Job ທີ່ຫ້ອງປະຊຸມວິທະຍາໄລດັ່ງກ່າວ ໂດຍການເຊັນສັນຍາລົງນາມລະຫວ່າງ ທ່ານ ພັນທະວິໄລ ນວນຮຸ່ນ ຜູ້ອຳນວຍການ ວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ແກ້ວວິສຸກ ດາລາສານ ຜູ້ອຳນວຍການ ບໍລິສັດ 108 Job, ມີບັນດາພະນັກງານ, ຄູ-ອາຈານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບການຮ່ວມມືຂອງທັງສອງຝ່າຍໄດ້ຕົກລົງເອກະພາບກັນເຮັດບົດບັນທຶກຄວາມເຂົ້າໃຈ ເພື່ອເປັນບ່ອນອີງ ໃນໄລຍະຂອບເຂດ 1 ປີ ໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະແມ່ນເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ສ້າງຄວາມຮ່ວມມື, ສ້າງຄວາມເຂັ້ມແຂງ, ພັດທະນາທັກສະ ແລະ ກຽມຄວາມພ້ອມໃຫ້ກັບນັກສຶກສາ ກ່ອນກ້າວເຂົ້າສູ່ຕະຫຼາດແຮງງານ ໂດຍການແລກປ່ຽນບົດຮຽນ, ເຊື່ອມໂຍງຂໍ້ມູນຂ່າວສານກ່ຽວກັບຕຳແໜ່ງງານ ໃນຕະຫຼາດແຮງງານ ແລະ ຂໍ້ມູນ ບໍລິສັດ ອົງກອນທີ່ເປີດຮັບນັກສຶກສາໃນການເຮັດວຽກອາສາສະໝັກ, ບ່ອນຝຶກງານ, ບ່ອນເຮັດວຽກເສີມ ສຳລັບນັກສຶກສາ ແລະ ນັກສຶກສາທີ່ຈົບໃໝ່, ໂດຍການຮ່ວມກັນພັດທະນາທັກສະພື້ນຖານ ເພື່ອກຽມຄວາມພ້ອມໃຫ້ກັບນັກສຶກສາກ່ອນຈະກ້າວເຂົ້າສູ່ຕະຫຼາດແຮງງານ ເປັນຕົ້ນແມ່ນຫົວຂໍ້ “ສອນສະໝັກວຽກສຳລັບນັກສຶກສາທີ່ຈົບໃໝ່ ແລະ ການກຽມຕົວສຳພາດວຽກ”, “ການວາງແຜນອາຊີບ/ອະນາຄົດ; ການນຳໃຊ້ແຜນວາດ Odyssey”, ເຄື່ອງມືທີ່ໃຊ້ໃນການຄົ້ນຫາຕົນເອງຕາມຫຼັກເກນ ຄິດແບບນັກອອກແບບ (Design Thingking). ພ້ອມນັ້ນ, ຍັງໄດ້ຮ່ວມມືກັນນເຮັດການສຳຫຼວດນັກສຶກສາທີ່ສຳເລັດການສຶກສາໄປແລ້ວ “ການນຳຮອຍນັກສຶກສາ Tracer Study” ເພື່ອບັນລຸສິ່ງສຳຄັນທີ່ຈຳເປັນຕ້ອງປ່ຽນແປງ ຫຼື ປັບປຸງເພີ່ມເຕີມໃຫ້ແນ່ໃຈວ່າ ນັກສຶກສາຈົບໃໝ່ມີການຈ້າງງານ ແລະ ສາມາດມີສ່ວນຊ່ວຍໃນການພັດທະນາຄຸນນະພາບການສຶກສາ ໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ