Skip to main content

ແຂວງຫຼວງພະບາງ ຍ້ອງຍໍນັກຮຽນເກັ່ງລະດັບຊາດ ຢ່າງສົມກຽດ

08/05/2026
ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບ ພ້ອມທັງມອບບໍາເນັດ ແລະ ຍ້ອງຍໍນັກຮຽນເກັ່ງລະດັບຊາດ, ຄູບໍາລຸງນັກຮຽນເກັ່ງທີ່ສ້າງຜົນງານໃນການເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026 ທີ່ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 7 ພຶດສະພາ 2026 ທີ່ຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຄະນະນໍາຂອງແຂວງ, ທ່ານຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄູ-ອາຈານ, ຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາຄື: ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບລະດັບຊາດ ສາຍສາມັນສຶກສາ ເປັນກິດຈະກຳໜຶ່ງທີ່ສໍາຄັນ ແລະ ເປັນກິດຈະກຳບຸລິມະສິດຂອງກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກ ສາທິການ ແລະ ກິລາແຂວງ ເຊິ່ງໄດ້ຈັດມາຢ່າງຕໍ່ເນື່ອງໃນແຕ່ລະສົກຮຽນ, ນັກຮຽນເກັ່ງທີ່ເປັນຕົວ ແທນຂອງແຂວງ ເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ທີ່ ນະຄອນຫຼວງວຽງຈັນ ໂດຍແມ່ນກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຈັດຕັ້ງ ປະຕິບັດ ແລະ ດໍາເນີນການ. ສໍາລັບແຂວງຫຼວງພະບາງແມ່ນໄດ້ຄັດເລືອກນັກຮຽນເກັ່ງໂດຍຜ່ານຂະບວນການ ສອບເສັງຄັດເລືອກມາຈາກຂັ້ນໂຮງຮຽນ, ຂັ້ນກຸ່ມໂຮງຮຽນ, ຂັ້ນເມືອງ/ນະຄອນ ແລະ ຂັ້ນແຂວງຕາມລໍາດັບ. ພາຍຫຼັງຄັດເລືອກໄດ້ຂັ້ນແຂວງແລ້ວແມ່ນໄດ້ມີຂະບວນ ການບຳລຸງເຂັ້ມໂດຍໄດ້ເຊື້ອເຊີນ ແລະ ແຕ່ງຕັ້ງ ພະນັກງານ, ຄູ-ອາຈານທຸກພາກສ່ວນເຂົ້າຮ່ວມ ແລະ ໄດ້ມີການສອບເສັງຄືນເພື່ອວັດລະດັບກໍ່ຄືຄວາມພ້ອມຂອງນັກຮຽນເກັ່ງ ຊັ້ນ ມ.4 ແລະ ມ.7 ກ່ອນໄປເສັງລະດັບຊາດ ຈຳນວນ 2 ຄັ້ງ ເຫັນວ່າ: ມີການພັດທະນາດີຂຶ້ນ, ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026 ແມ່ນຈັດຂຶ້ນໃນຄັ້ງວັນທີ່ 20 – 24 ເມສາ 2026 ທີ່ ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ ເຊິ່ງ ມີຕົວແທນ ນັກສອບເສັງ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແຕ່ລະແຂວງໄດ້ສົ່ງເຂົ້າຮ່ວມແຂ່ງຂັນ ໃນ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ຂອງແຕ່ລະຊັ້ນ ມ.4 ແລະ ມ.7 ວິຊາລະ 2 ຄົນ ຕໍ່ຊັ້ນ ລວມທັງໝົດ 288 ຄົນ, ຍິງ 165 ຄົນ ໃນນັ້ນຕົວແທນນັກຮຽນເກັ່ງຂອງແຂວງຫຼວງພະບາງທັງໝົດ 16 ຄົນ, ຍິງ 6 ຄົນ ທີ່ສົ່ງເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບທີ ດັ່ງຕໍ່ໄປນີ້:
+ປະເພດດ່ຽວ
1. ອັນດັບທີ 3 ຫຼຽນທອງ ໄດ້ຈໍານວນ 2 ລາງວັນ
– ທ້າວ ອາລີຊົ່ງ ເຍ່ຍຕູ້ ມ.ຕ ເທບປັນຍາ ເມືອງນໍ້າບາກ ວິຊາ ຄະນິດສາດ ຊັ້ນ ມ.4 ໄດ້ຄະແນນ 8.00ໄດ້ຮັບໃບຍ້ອງຍໍ ແລະເງີນສົດ 5 ລ້ານກີບ,
– ທ້າວ ເລົ່າ ທໍ່ ມ.ສ ນໍ້າຖ້ວມ ເມືອງນໍ້າບາກ ວິຊາ ຄະນິດສາດ ຊັ້ນ ມ.7 ໄດ້ຄະແນນ 7.50 ໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ 5 ລ້ານກີບ.
2. ລາງວັນຊົມເຊີຍ
– ທ້າວ ຄໍາພະສິດ ຈອມແກ້ວ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ ໄດ້ຮັບລາງວັນຊົມເຊີຍ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ຄະແນນໄດ້ 6.60 ໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ 2.5 ລ້ານກີບ
– ທ້າວ ເກັ່ງກື ຢ່າງລືໄຊ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ ໄດ້ຮັບລາງວັນຊົມເຊີຍ ວິຊາຄະນິດສາດ ຄະແນນໄດ້ 7.50 ໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ 2.5 ລ້ານກີບ.
– ທ້າວ ສອນໄຊ ຄຸນສົມບັດ ຈາກໂຮງຮຽນມັດທະຍົມຕົ້ນຊິນຮວ່າ ໄດ້ຮັບລາງວັນຊົມເຊີຍ ວິຊາຄະນິດສາດ ຊັ້ນ ມ.4 ໄດ້ຄະແນນ 6.25 ໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ 2.5 ລ້ານກີບ.
– ນາງ ອາລິສາ ມະນີວົງ ຈາກໂຮງຮຽນມັດທະຍົມຕົ້ນນາຍາງ ເມືອງນ້ຳບາກ ໄດ້ຮັບລາງວັນຊົມເຊີຍ ວິຊາພາສາລາວ ຄະນແນນໄດ້ 6.40 ໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ 2.5 ລ້ານກີບ.
ພ້ອມນັ້ນຍັງໄດ້ມອບໄດ້ຮັບໃບຍ້ອງຍໍ ແລະ ເງີນສົດ ໃຫ້ຄູສອນບຳລຸງນັກຮຽນເກັ່ງ ຈຳນວນ 10 ຄົນ ຕື່ມອີກ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນບັ້ນການສອບເສັ່ງນັກຮຽນເກັ່ງລະດັບຊາດ ສົກ 2025-2026 ເຊິ່ງເປັນຜົນງານທີ່ມີຄວາມປະທັບໃຈຂອງຊາວແຂວງຫຼວງພະບາງ ທັງຍົກໃຫ້ເຫັນວ່າຂົງເຂດການສຶກສາຢູ່ແຂວງ ແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພ້ອມນີ້ທ່ານ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນກ່ຽວຂ້ອງຈົ່ງໄດ້ພ້ອມກັນສືບຕໍ່ບໍາລຸງຍົກລະດັບວຽກງານຮອບດ້ານໂດຍສະເພາະວຽກງານການສ້າງນັກຮຽນດີ-ຮຽນເກັ່ງ ແລະ ສົ່ງເສີມພັດທະນາວຽກງານການສຶກສາຂອງແຂວງຫຼວງພະບາງໃຫ້ນັບມື້ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ.
ຕອນທ້າຍຂອງພິທີໄດ້ມີການມອບລາງວັນ ໃຫ້ນັກຮຽນເກັ່ງ ແລະ ຄູສອນບໍາລຸງ ນັກຮຽນເກັ່ງ ຄັ້ງນີ້ ຢ່າງສົມກຽດ.
ພາບ-ຂ່າວ: ສອນອາຄົມ ສກຂ ຫຼ.ບ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ