ໝາຍເວ ແລະ ວິທະຍາໄລເຕັກນິກວິຊາຊີບ ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືພັດທະນາທັກສະວິຊາຊີບໃຫ້ນັກສຶກສາ
04/05/2026

ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດ ແລະ ວິທະຍາໄລເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືກັນ ເປັນໄລຍະເວລາ 5 ປີ ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດ ກໍຄື ນັກສຶກສາ ຂອງວິທະຍາໄລດັ່ງກ່າວ ໃຫ້ມີທັກສະສີມືວິຊາຊີບ, ມີວິໄສທັດ, ມີປະສົບການໃໝ່ ແລະ ມີປະສິດທິພາບທີ່ສູງ ເພື່ອອອກຮັບໃຊ້ສັງຄົມຢ່າງມີຄຸນນະພາບ.
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຄັ້ງນີ້ ລະຫວ່າງ ທ່ານ ພຸດທະພອນ ສີວິໄຊ ປະທານວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດ ແລະ ທ່ານ ຄຳດີ ບຸດຕະຂັນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄດ້ຈັດຂຶ້ນ ເມື່ອວັນທີ 30 ເມສາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍມີທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ແລະ ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນການລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນການຮ່ວມກັນສອງຝ່າຍໃນຄັ້ງນີ້ ທັງສອງຝ່າຍໄດ້ຕົກລົງເຫັນດີໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສົ່ງເສີມການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ກໍຄື ນັກສຶກສາ ໃນການສ້າງຫຼັກສູດໄລຍະສັ້ນ, ປັບປຸງຫຼັກສູດທີ່ມີຢູ່ແລ້ວ ແລະ ຫຼັກສູດໃໝ່ໃນແຕ່ລະສາຂາວິຊາ ທີ່ແທດເໝາະກັບຄວາມຕ້ອງການຂອງບັນດາໜ້າວຽກຕົວຈິງ ເວົ້າສະເພາະແມ່ນນັກສຶກສາຜູ້ທີ່ມີຜົນການຮຽນດີ ແລະ ມີຄວາມມັກທາງດ້ານວຽກງານການຕະຫຼາດ (Digital Marketing. ໄອຊີທີ (ICT) ແລະ ການອອກແບບຕ່າງໆ (Graphic Design ເພື່ອສົ່ງລົງຝຶກງານກັບ ໝາຍເວ ແລະ ສາມາດ ກໍ່ສ້າງໃນສາຍອາຊີບໃນອະນາຄົດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ














