Skip to main content

ປຶກສາຫາລື ການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອທົບທວນຫົວຂໍ້ຄົ້ນຄວ້າວິທະຍາສາດ

08/05/2026
ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງວຽກງານຂອງຄະນະກຳມະການວິຊາການຄືນໃໝ່ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນວັນທີ 5 ພຶດສະພາ 2026 ທີ່ຫ້ອງປະຊຸມຂອງຫ້ອງການສະພາວິທະຍາສາດແຫ່ງຊາດ (ໃນຮົ້ວສຳນັກງານນາຍົກລັດຖະມົນຕີ), ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຄະນະສະພາບໍລິຫານ ກພວຕ ທັງເປັນຫົວໜ້າກອງເລຂາກອງທຶນ, ມີຄະນະກຳມະການວິຊາການກອງທຶນທັງ 6 ກຸ່ມ ຄື: ກຸ່ມວິທະຍາສາດກາຍະພາບ, ກຸ່ມວິທະຍາສາດຊີວະພາບ, ກຸ່ມວິທະຍາສາດສຸຂະພາບ, ກຸ່ມວິທະຍາສາດສັງຄົມ, ກຸ່ມວິທະຍາສາດການເມືອງ, ກຸ່ມວິທະຍາສາດເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຈຳນວນ 32 ທ່ານ, ຍິງ 13 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ເປັນເອກະພາບກັນໃນການຄັດເລືອກເອົານັກຄົ້ນຄວ້າວິທະຍາສາດລະດັບປະລິນຍາເອກ ເພື່ອແຕ່ງຕັ້ງເປັນຄະນະກຳມະການວິຊາການໃນການກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ. ຄະນະກຳມະການດັ່ງກ່າວ ຈະມີບົດບາດສຳຄັນໃນການກວດຜ່ານ ແລະ ປະເມີນຄຸນນະພາບຂອງຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ຈະໄດ້ຮັບການສະໜັບສະໜູນຈາກກອງທຶນ, ເພື່ອຮັບປະກັນໃຫ້ວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ ມີຄວາມຖືກຕ້ອງຕາມຫຼັກການວິຊາການ ແລະ ສາມາດນຳໄປຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ.
ສຳລັບກອງປະຊຸມ, ກໍໄດ້ມີການນຳສະເໜີບັນຊີລາຍຊື່ຄະນະກຳມະການວິຊາການ ທີ່ມີຢູ່ໃນຖານຂໍ້ມູນ ຂອງກອງທຶນ ເພື່ອຄົ້ນຄວ້າເປັນບ່ອນອີງໃຫ້ແກ້ການຄັດເລຶອກຄະນະກຳມະການວິຊາການ ໃຫ້ມີຄວາມເໝາະສົມ ແລະ ຄົບຖ້ວນຕາມລະບຽບການທີວາງອອກ. ກອງປະຊຸມໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນກ່ຽວກັບໂຄງປະກອບການແຕ່ງຕັ້ງຄະນະກຳມະການວິຊາການໃນແຕ່ລະຂົງເຂດວຽກງານ ແລະ ຖອດຖອນບົດຮຽນປະສົບການຂອງການເຮັດວຽກຂອງຄະນະກຳມະວິຊາການ ທັງ 6 ກຸ່ມ ສາຍວິຊາ ຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ ເຫັນໄດ້ວ່າມີທັງດ້ານດີ, ດ້ານອອນ, ຂໍ້ຍຸ້ງຍາກຕ່າງໆ ແລະ ສີ່ງທ້າທາຍ.
ໂອກາດດຽວກັນ, ທ່ານ ແກ້ວອຸທອນ ລຸນແສງຈັນ ກໍໄດ້ສັງລວມເອົາບັນດາຄຳຄິດຄຳເຫັນ ແລະ ຄວາມເປັນເອກະພາບຂອງກອງປະຊຸມດັ່ງນີ້: ປັບປຸງຄະນະກຳມະການວິຊາການຄືນໃໝ່ໃຫ້ມີຄຸນນະພາບສຸງຂຶ້ນໂດຍໃຫ້ມີຄະນະກຳມະການວິຊາການໃນຈຳນວນ 5 ຫາ 13 ທ່ານ/ກຸ່ມ; ເພີ່ມກຸ່ມຂອງຄະນະກຳມະການວິຊາການ ຂຶ້ນ ເປັນກຸ່ມຍ່ອຍທີ່ເຫັນວ່າມີຄວາມຈຳເປັນ ໂດຍໃຫ້ສະໜອງຂໍ້ມູນຂອງຄະນະກຳມະການວິຊາການຄົນໃໝ່ ທີ່ຍັງບໍ່ທັນໄດ້ລົງທະບຽນໃນຖານຂໍ້ມູນ ໃຫ້ກອງທຶນ; ທົບທວນນິຕິກຳທີ່ຕິດພັນກັບການປະຕິບັດນະໂຍບາຍ ທີ່ເປັນການຊຸກຍູ້ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ແລະ ແລະປັບປຸງໃຫ້ສອດຄ່ອງເໝາະສົມ; ຄະນະກຳມະການວິຊາການເອກະລາດ ທາງພາຍນອກ ທີ່ມີຄວາມຮູ້ຄວາມສາມາດ ເໝາະສົມ ຄວນມີສ່ວນຮ່ວມໃນການພິຈາລະນາ ມີຄຳເຫັນໃນກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ; ວາລະດຳເນີນການຂອງຄະນະກຳມະການວິຊາການ ຄວນເພື່ມຂຶ້ນໃຫ້ແທດເໝະ ກັບອາຍຸການຂອງຫົວຂໍ້ທີ່ໄດ້ຮັບອະນຸມັດ; ຍົກສູງບົດບາດ ສິດໜ້າທີ່ຂອງແຕ່ລະກຸ່ມຄະນະກຳມະການວິຊາການ ໂດຍໃຫ້ຄົ້ນຄວ້າພິຈາລະນາຄັດເລືອກຄະນະກຳມະການວິຊາການຊຸດໃໝ່ ທີ່ມີຄຸນນະພາບ ເໝາະສົມ ແລະ ຄະນະກຳມະການກັ່ນກອງຫົວຂໍ້ຄົ້ນຄວ້າເບື້ອງຕົ້ນ ເພື່ອກອງເລາຂາກອງທຶນໄດ້ສັງລວ ແລະ ນຳສະເໜີແຕ່ງຕັ້ງຄືນໃໝ່.​
ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ