ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມວິຊາການ ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນພາກພື້ນອາຊີໃຕ້ ແລະ ຕາເວັນອອກສຽງໃຕ້ ຢູ່ ສປ ຈີນ
ໃນລະຫວ່າງວັນທີ 22-24 ຕຸລາ 2025, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ສປປ ລາວ ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມວິຊາການ ຄຸນໝິງ ຄັ້ງທີ VIII ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນຂົງເຂດພາກພື້ນອາຊີໃຕ້ ແລະ ຕາເວັນອອກສຽງໃຕ້ ທີ່ນະຄອນຄຸນໝິງ ສປ ຈີນ ຕາມການເຊື້ອເຊີນຂອງ ພະແນກສຶກສາທິການ ແຂວງຢຸນນານ ສປ ຈີນ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນເປັນປະຈຳທຸກໆປີ ໂດຍພະແນກສຶກສາທິການ ແຂວງຢຸນນານ ແລະ ມະຫາວິທະຍາໄລຢຸນນານ ເພື່ອເປັນການພົບປະແລກປ່ຽນປະສົບການ ແລະ ເສີມຂະຫຍາຍການຮ່ວມມືດ້ານການສຶກສາ ລະຫວ່າງ...






