Skip to main content

ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ ໃຫ້ນັກຮຽນ ຢູ່ເມືອງໄຊ

23/10/2025

ຄະນະກຳມະການ ດ້ານຄວາມປອດໄພທາງຫຼວງແຂວງອຸດົມໄຊ ນໍາໂດຍ ທ່ານ ຄຳເຜົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍເຈົ້າໜ້າທີ່ຈະລາຈອນ ແລະ ອົງການຈັດຕັ້ງມະຫາຊົນ ລົງເຄື່ອນໄຫວ ໂຄສະນາ, ເຜີຍແຜ່ ປູກຈິດສໍານຶກ ແລະ ການບັງຄັບໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ ຢູ່ ໂຮງຮຽນ ມັດທະຍົມສົມບູນນໍ້າແຫງ ແລະ ໂຮງຮຽນມັດທະຍົມຕອນຕົ້ນນາງາມ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 20 ຕຸລາ 2025.

ການລົງເຜີຍແຜ່ຄັ້ງນີ້, ທີມງານກອງເລຂາຄວາມປອດໄພທາງຫຼວງ ໄດ້ນໍາສະເໜີ ກ່ຽວກັບກົດລະບຽບການຈະລາຈອນ, ເຕັກນິກການຂັບຂີ່ຍານພາຫະນະປະເພດຕ່າງໆ ແລະ ການນໍາໃຊ້ເສັ້ນທາງທີ່ຖືກຕ້ອງ ແລະ ປອດໄພ, ສາຍເຫດ ແລະ ການແກ້ໄຂການເກີດອຸບັດເຫດ, ຜົນເສຍຫາຍ ຈາກການເກີດອຸບັດເຫດ, ນໍາສະເໜີພາບວິດີໂອ ໂຄສະນາ ກ່ຽວກັບຄວາມປອດໄພທາງຫຼວງ ພ້ອມທັງ ສ້າງກິດຈະກຳ ຖາມ-ຕອບ ເອົາຂອງລາງວັນ.
ການລົງເຜີຍແຜ່ ກໍເພື່ອຈັດຕັ້ງປະຕິບັດວຽກງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສໍານຶກ ກ່ຽວກັບຄວາມປອດໄພ ໃນການນໍາໃຊ້ລົດ, ນໍາໃຊ້ຖະໜົນ ໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດ ນັກທຸລະກິດ, ພໍ່ຄ້າ, ຊາວຂາຍ ທີ່ດໍາລົງຊີວິດຢູ່ແຂວງອຸດົມໄຊ, ແນໃສ່ສະກັດກັ້ນການເກີດອຸບັດເຫດທາງຖະໜົນ ໃຫ້ຫຼຸດຜ່ອນຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນຈາກອຸບັດເຫດ.

ການເກີດອຸບັດເຫດຕາມທ້ອງຖະໜົນ ສາເຫດສ່ວນໃຫຍ່ໃນການເກີດຈາກ ການລະເມີດກົດຈະລາຈອນ, ຂັບຂີ່ລົດໄວ, ດື່ມສິ່ງມຶນເມົາແລ້ວຂັບ. ສະແດງອອກໃນປີ 2024 ແຂວງອຸດົມໄຊ ມີອຸບັດເຫດເກີດຂຶ້ນ 267 ລາຍ ໃນນີ້, ຂັ້ນເມືອງ ມີ 189 ລາຍ, ພາຫະນະເປ່ເພ 470 ຄັນ, ຮັບບາດເຈັບ 523 ຄົນ, ເສຍຊີວິດ 45 ຄົນ, ມູນຄ່າເສຍຫາຍເບື້ອງຕົ້ນ 3,9 ຕື້ກວ່າກີບ.

‎ຂ່າວ: ສຸວັນທອງ ປັນຍາຂັນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ