Skip to main content

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມວິຊາການ ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນພາກພື້ນອາຊີໃຕ້ ແລະ ຕາເວັນອອກສຽງໃຕ້ ຢູ່ ສປ ຈີນ

28/10/2025

ໃນລະຫວ່າງວັນທີ 22-24 ຕຸລາ 2025, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ສປປ ລາວ ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມວິຊາການ ຄຸນໝິງ ຄັ້ງທີ VIII ວ່າດ້ວຍການຮ່ວມມືດ້ານການສຶກສາ ໃນຂົງເຂດພາກພື້ນອາຊີໃຕ້ ແລະ ຕາເວັນອອກສຽງໃຕ້ ທີ່ນະຄອນຄຸນໝິງ ສປ ຈີນ ຕາມການເຊື້ອເຊີນຂອງ ພະແນກສຶກສາທິການ ແຂວງຢຸນນານ ສປ ຈີນ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເປັນປະຈຳທຸກໆປີ ໂດຍພະແນກສຶກສາທິການ ແຂວງຢຸນນານ ແລະ ມະຫາວິທະຍາໄລຢຸນນານ ເພື່ອເປັນການພົບປະແລກປ່ຽນປະສົບການ ແລະ ເສີມຂະຫຍາຍການຮ່ວມມືດ້ານການສຶກສາ ລະຫວ່າງ ແຂວງຢຸນນານ ສປ ຈີນ ແລະ ບັນດາປະເທດອາຊີ ແລະ ອາຊີຕາເວັນອອກສຽງໃຕ້. ຜູ້ເຂົ້າຮ່ວມກອງປະຊຸມ ນອກຈາກຈະແມ່ນບັນດາການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກກະຊວງສຶກສາຂອງປະເທດຕ່າງໆແລ້ວ ຍັງມີບັນດາຜູ້ອຳນວຍການມະຫາວິທະຍາໄລ, ວິທະຍາໄລ, ຄູ-ອາຈານ ແລະ ນັກຄົ້ນຄວ້າຂອງ ສປ ຈີນ ແລະ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ເຂົ້າຮ່ວມຢ່າງຟົດຟື້ນ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮັບກຽດຮ່ວມກ່າວຄໍາປາໄສ ໃນພິທີເປີດກອງປະຊຸມບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຝ່າຍຈີນ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບບັນດາປະເທດອາຊີ ແລະ ອາຊີຕາເວັນອອກສຽງໃຕ້ ແລະ ກອງປະຊຸມໃນຄັ້ງນີ້ເປັນເວທີທີ່ສຳຄັນໃນການແລກປ່ຽນປະສົບການ ແລະ ສ້າງຄວາມຮ່ວມມືດ້ານການສຶກສາໃນບັນດາປະເທດພາກພື້ນ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ແບ່ງປັນປະສົບການໃນການພັດທະນາການສຶກສາຂອງ ສປປ ລາວ ໃຫ້ແກ່ຜູ້ແທນຈາກ ສປ ຈີນ ແລະ ບັນດາປະເທດອາຊີ ແລະ ອາຊີຕາເປັນອອກສຽງໃຕ້ໄດ້ຮັບຮູ້ ແລະ ເຂົ້້າໃຈ. ສິ່ງສຳຄັນທ່ານໄດ້ເນັ້ນໜັກເຖິງການຮ່ວມມືດ້ານການສຶກສາ ຂອງ ສປປ ລາວ ແລະ ສປ ຈີນ ທີ່ເພີ່ມພູນຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນກັບ ແຂວງຢຸນນານ ເຊັ່ນ ການແລກປ່ຽນຄະນະຜູ້ແທນ, ຄູອາຈານ ແລະ ນັກຮຽນ, ການຈັດຝຶກອົບຮົມ ແລະ ການພັດທະນາທາງດ້ານການກໍ່ສ້າງພື້ນຖານໂຄງຮ່າງທາງດ້ານການສຶກສາ ໃນທຸກລະດັບ.

ໃນຕອນທ້າຍຂອງບົດປາໄສ ທ່ານ ຮອງລັດຖະມົນຕີ ໄດ້ຢ້ຳຕື່ມວ່າ ກອງປະຊຸມວິຊາການຄຸນໝິງ ບໍ່ແມ່ນກອງປະຊຸມທົ່ວໄປ ແຕ່ເປັນການສະທ້ອນໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມືດ້ານການສຶກສາກັບປະເທດພາກພື້ນ ແລະ ເປັນການຊຸກຍູ້ສົ່ງເສີມການສ້າງຊຸມຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້-ຈີນ ທີ່ມີອາະນາຄົດຮ່ວມກັນ.

ເນື່ອງໃນໂອກາດທີ່ມີຄວາມໝາຍ ແລະ ຄວາມສຳຄັນດັ່ງກ່າວ ທ່ານ ຮອງລັດຖະມົນຕີ ໄດ້ເປັນສັກຂີພະຍານການລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ພະແນກສຶກສາທິການ ແຂວງຢຸນນານ ສປ ຈີນ ວ່າດ້ວຍ ການຮ່ວມມືດ້ານການສຶກສາ ໄລຍະເວລາ 5 ປີ (2025-2029) ເພື່ອເປັນການຊຸກຍູ້ການພັດທະນາການຮ່ວມມືດ້ານການສຶກສາຂອງສອງຝ່າຍ.

ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ໄປຢ້ຽມຢາມ ມະຫາວິທະຍາໄລຢຸນນານ ແລະ ສະຖາບັນເພື່ອການສຶກສາຂັ້ນສູງຢູນນານຂອງກະຊວງສຶກສາ ສປ ຈີນ (Yunnan Institute for Advanced Studies of the Ministry of Education) ອີກດ້ວຍ.

ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ