ສກມ ຊົນນະບູລີ ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວເມືອງ ສົກຮຽນ 2024-2025
ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທົ່ວເມືອງ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນການ ປະຈໍາສົກຮຽນ 2025-2026 ໃນວັນທີ 21 ຕຸລາ 2025 ທີ່ຫ້ອງການດັ່ງກ່າວ, ໂດຍມີ ທ່ານ ປຸນລະນາກ ວັນນະລາດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ແລະ ຜູ້ບໍລິຫານການສຶກສາໃນທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການຜ່ານບົດສະຫຼຸບຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ແລະ ທິດທາງແຜນພັດທະນາສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ຊຶ່ງການຈັດຕັ້ງປະຕິບັດບັນດາຄາດໝາຍລວມ ຂອງຂະແໜງການສຶກສາ ແລະ ກິລາ ໃນ 15 ຄາດໝາຍລວມ ຮອດປັດຈຸບັນຫ້ອງການສຶກສາທິການ ແລະກິລາ ເມືອງຊົນນະບູລີ ແມ່ນປະຕິບັດໄດ້ແລ້ວ 9 ຄາດໝາຍ ຍັງຄ້າງ 6 ຄາດໝາຍ; ທົ່ວເມືອງມີໂຮງຮຽນທັງໝົດ 156 ແຫ່ງ, ໂຮງຮຽນກ່ອນໄວຮຽນ 49 ແຫ່ງ; ໂຮງຮຽນປະຖົມ 89 ແຫ່ງ, ສົມບູນ 61 ແຫ່ງ; ໂຮງຮຽນມັດທະຍົມ 18 ແຫ່ງ, ມັດທະຍົມຕົ້ນ 11 ແຫ່ງ.

ພ້ອມນັ້ນ, ຍັງໄດ້ຮັບຟັງບົດວິໄຈສະພາບການສຶກສາ ປະຈໍາສົກຮຽນ 2024-2025 ພ້ອມນີ້ ແລະ ຍັງໄດ້ຄົ້ນຄວ້າ ແລະ ຂຶ້ນແລກປ່ຽນປະກອບຄໍາຄິດຄໍາເຫັນ ຕາມຄຳຖາມເຈາະຈີ້ມຂອງປະທານ ຕໍ່ກັບບັນຫາຕ່າງໆທີ່ພົບເຫັນໃນວຽກງານການສຶກສາ ໂດຍສະເພາະແມ່ນການແກ້ໄຂບັນຫາການເຂົ້າຮຽນຍັງຕ່ຳ, ການປະລະການຮຽນໃນທຸກຊັ້ນ, ທິດທາງການປັບປຸງຄຸນະພາບການສຶກສາໃນທຸກຊັ້ນ, ປັບປຸງການບໍລິຫານຄຸ້ມຄອງການສຶກສາໃຫ້ມີປະສິດທິພາບ, ການແກ້ໄຂບັນຫາການຂາດແຄນຄູສອນໃນໂຮງຮຽນ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນຄາດໝາຍທີ່ຍັງຄົງຄ້າງ ແລະ ມີລັກສະນະທົດຖອຍ ໃຫ້ເພີ່ມຂຶ້ນ ເພື່ອພ້ອມກັນພັດທະນາວຽກງານການສຶກສາຢູ່ພາຍໃນເມືອງໃຫ້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ໃນຕອນທ້າຍຄະນະປະທານກອງປະຊຸມກໍໄດ້ມີຄໍາເຫັນໂອ້ລົມຂອງ ທ່ານ ປຸນລະນາກ ວັນນະລາດ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາຜົນງານທີ່ທາງຂະແໜງການສຶກສາທິການ ແລະ ກິລາ ຍາດມາໄດ້ໃນຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາໃນທົ່ວເມືອງ ກວດກາຄືນການປະຕິບັດໜ້າທີ່ຂອງຄູຢູ່ເຂດຫ່າງໄກສອກຫຼີກ, ຖືເອົາວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາເປັນຫຼັກເພື່ອຫຼຸດຜ່ອນການປະລະການຮຽນຂອງນັກຮຽນ, ສຸມໃສ່ການແຂ່ງຂັນກັນສ້າງໂຮງຮຽນຕົວແບບຂັ້ນເມືອງໃຫ້ໄດ້ 3 ໂຮງຮຽນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ໃຫ້ບັນລຸໄດ້ຕາມແຜນການທີ່ວາງໄວ້.