Skip to main content

ສກຂ ສາລະວັນ ຖອດຖອນບົດຮຽນການສອບເສັງຈົບຊັ້ນສາມັນສຶກສາ ສົກຮຽນ 2024-2025

27/10/2025
ໃນຕອນເຊົ້າວັນທີ 24 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສາລະວັນ ໄດ້ຈັດພິທີສະຫຼຸບຖອດຖອນບົດຮຽນການສອບເສັງຈົບຊັ້ນສາມັນສຶກສາ ສົກຮຽນ 2024-2025, ພາຍໃຕ້ການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ມີບັນດາຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 8 ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃນຂະແໜງການສຶກສາ ແລະ ກິລາເຂົ້າຮ່ວມ.
ໃນພິທີ, ທ່ານ ຄຳເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ໃຫ້ຂຶ້ນລາຍງານການຈັດຕັ້ງປະຕິບັດສອບເສັງຈົບຊັ້ນສາມັນສຶກສາ ຂັ້ນ ປ.5, ມ.4, ມ.7 ປະຈໍາສົກຮຽນ 2024-2025 ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດທີ່ພົ້ນເດັ່ນຫຼາຍໆດ້ານເປັນຕົ້ນແມ່ນ ຊັ້ນປະຖົມສຶກສາ ປ.5 ຈໍານວນນັກຮຽນມີໜ້າສອບເສັງທັງໝົດ 6,807 ຄົນ, ຍິງ: 3,453 ຄົນ; ຈໍານວນນັກຮຽນເສັງໄດ້ທັງໝົດ  6,807 ຄົນ, ຍິງ: 3,453 ຄົນ, ເທົ່າກັບ 100%, ສົກຮຽນ 2023-2024 ໄດ້ 99.7% (ເພີ່ມຂຶ້ນ 0.3%) ຈໍານວນນັກຮຽນສອບຕົກ 0 ຄົນ; ສອບເສັງໄດ້ຄະແນນ  5 ຂຶ້ນໄປ ຈໍານວນ  4,102   ຄົນ, ຍິງ 2,163 ຄົນ, ເທົ່າກັບ  60.26%, ສົກຮຽນ 2023-2024 ໄດ້ 41.75% (ເພີ່ມຂຶ້ນ 18.51%), ສອບເສັງໄດ້ຄະແນນ 7 ຂຶ້ນໄປ ຈໍານວນ 258 ຄົນ, ຍິງ 178 ຄົນ, ເທົ່າກັບ  3.79 %, ສົກຮຽນ 2023-2024 ໄດ້ 2.3%  (ເພີ່ມຂຶ້ນ 1.49%), ສອບເສັງໄດ້ຄະແນນ 9 ຂຶ້ນໄປ ຈໍານວນ 3 ຄົນ, ຍິງ 2 ຄົນ, ເທົ່າກັບ 0.04 %, ສົກຮຽນ 2023-2024 ໄດ້ 0.04% (ເທົ່າເດີມ), ສອບເສັງໄດ້ຄະແນນ 5 ຂຶ້ນໄປ ຈໍານວນ 2,705 ຄົນ, ຍິງ 1,166  ຄົນ, ເທົ່າກັບ 39.73 % ສົກຮຽນ 2023-2024  ໄດ້ 58.24% (ຫຼຸດລົງ 18.51%), ຄະແນນລວມ ຕໍ່າສຸດ 11 ສູງສຸດ 28 (ມີ 3 ວິຊາສອບເສັງ).
ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4  ຈໍານວນນັກຮຽນມີໜ້າສອບເສັງທັງໝົດ 2,186 ຄົນ, ຍິງ 1,140 ຄົນ; ຈໍານວນນັກຮຽນເສັງໄດ້ທັງໝົດ 2,186 ຄົນ, ຍິງ 1,140 ຄົນ, ເທົ່າກັບ  100 %, ສົກຮຽນ 2023-2024 ໄດ້ 100% ຈໍານວນນັກຮຽນທີ່ສອບຕົກ 0 ຄົນ. ສອບເສັງໄດ້ຄະແນນ 5 ຂຶ້ນໄປ ຈໍານວນ  239  ຄົນ, ຍິງ 123 ຄົນ, ເທົ່າກັບ 11.02%, ສົກຮຽນ 2023-2024 ໄດ້ 7.28% (ເພີ່ມຂຶ້ນ 3.74%), ສອບເສັງໄດ້ຄະແນນ 7 ຂຶ້ນໄປ ຈໍານວນ  27 ຄົນ, ຍິງ 22 ຄົນ, ເທົ່າກັບ 1.26%, ສົກຮຽນ 2023-2024 ໄດ້ 27 ຄົນ ເທົ່າກັບ 0.34%  (ເພີ່ມຂຶ້ນ 0.92%), ສອບເສັງໄດ້ຄະແນນ 9 ຂຶ້ນໄປ ຈໍານວນ 0 ຄົນ, ສົກຮຽນ 2023-2024 ໄດ້ 0 ຄົນ, ສອບເສັງໄດ້ຄະແນນ 5 ຂຶ້ນ ຈໍານວນ 1,911   ຄົນ, ຍິງ   1,017    ຄົນ, ເທົ່າກັບ  88.84% ສົກຮຽນ 2023-2024 ໄດ້ 92.71%  (ຫຼຸດລົງ 3.87%), ຈໍານວນນັກຮຽນໄດ້ໃບປະກາສະນິຍະບັດແດງ (ບໍ່ມີ), ຄະແນນລວມຕໍ່າສຸດ 25 ສູງສຸດ 44.02 (ມີ 5 ວິຊາສອບເສັງ).
ຊັ້ນມັດທະຍົມສຶກສາຕອນປາຍ ມ.7  ຈໍານວນນັກສອບເສັງທີ່ມີໜ້າສອບຕົວຈິງ 1,103 ຄົນ, ຍິງ 528 ຄົນ, ລວມທັງໂຮງຮຽນສົງ ໃນນັ້ນສອບໄດ້ທັງໝົດ 1,103 ຄົນ, ຍິງ  528 ຄົນ, ເທົ່າກັບ 100%, ສອບຕົກທັງໝົດ 0 ຄົນ, ຄະແນນລວມ ຕໍ່າສຸດ 25 ສູງສຸດ 46.35 (ມີ 5 ວິຊາສອບເສັງ), ຈໍານວນນັກຮຽນໄດ້ເກັ່ງຮອບດ້ານ (ຄະແນນສອບເສັງທຸກໆວິຊາ 5 ຄະແນນ) ມີ 440 ຄົນ, ຍິງ 240 ຄົນ ເທົ່າກັບ 39.89 %; ສົກຮຽນ 2023-2024 ໄດ້  35.95 % (ເພີ່ມຂຶ້ນ 3.94%), ຈໍານວນນັກຮຽນໄດ້ເກັ່ງຮອບດ້ານ (ຄະແນນສອບເສັງທຸກໆວິຊາ 7 ຄະແນນ ມີ 108 ຄົນ, ຍິງ 65 ຄົນ ເທົ່າກັບ 9.79%; ສົກຮຽນ 2023-2024 ໄດ້ 13.70 % (ຫຼຸດລົງ 3.91 %), ຈໍານວນນັກຮຽນໄດ້ເກັ່ງຮອບດ້ານ (ຄະແນນສອບເສັງທຸກໆວິຊາ 9) ມີ 0 ຄົນ, ຍິງ 0 ຄົນ ເທົ່າກັບ 0% ສົກຮຽນ 2023-2024 ໄດ້ 0.08 % (ຫຼຸດລົງ 0.08%), ຈໍານວນນັກຮຽນໄດ້ໃບປະກາສະນີຍະບັດແດງ (ບໍ່ມີ).
ທ່ານໄດ້ກ່າວຕື່ມອີກວ່າ: ການລາຍງານຈໍານວນນັກສອບເສັງໃຫ້ກົມສາມັນສຶກສາໃນເບື້ອງຕົ້ນ ຕ້ອງມີຄວາມຖືກຕ້ອງ ເພື່ອຮັບປະກັນທາງດ້ານຈໍານວນ ແລະ ຜູ້ມີເງື່ອນໄຂສອບເສັງຕົວຈິງ, ນໍາໃຊ້ຄູສອນປະຖົມ ເປັນກໍາມະການຍາມພາຍໃນແຕ່ລະຫ້ອງສອບເສັງ, ນໍາໃຊ້ເຈົ້າໜ້າທີ່ຕໍາຫຼວດເປັນຜູ້ປ້ອງກັນພາຍນອກຫ້ອງສອບເສັງ, ມີການນິເທດການໝາຍຄໍາຕອບໃຫ້ນັກຮຽນໃນເປົ້າໝາຍທີ່ຈະເຂົ້າຮ່ວມສອບເສັງ, ຫ້ອງສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນ ເພີ່ມຄວາມເອົາໃຈໃສ່ໃນການເກັບກໍາຂໍ້ມູນນັກສອບໃຫ້ລະອຽດຊັດເຈນແລ້ວຈຶ່ງລາຍງານໃຫ້ຂັ້ນແຂວງ.
ຂ່າວ – ພາບ : ແຫຼັງຄຳ ບຸດນາໂຄກ ສກຂ ສາລະວັນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ