ມະຫາວິທະຍາໄລ ສະຫວັນນະເຂດ ຮ່ວມມືກັບ ບໍລິສັດ ແກ້ວມະນີວົງ ສົ່ງເສີມທາງດ້ານວິຊາການ
ມະຫາວິທະຍາໄລ ສະຫວັນນະເຂດ ຫຼື ມຂ ແລະ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ເພື່ອຊຸກຍູ້ສົ່ງເສີມອຸປະກອນການສຶກສາ, ເຄື່ອງໃຊ້ຫ້ອງການ, ປະກັນໄພຄຸ້ມຄອງອຸປະຕິເຫດຄູ-ອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລ ສະຫວັນນະເຂດ ໃນໄລຍະເວລາ 20 ປີ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ມຂ ສະຫວັນນະເຂດ ແລະ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 18 ມີນາ 2026 ທີ່ຮ້ານໂຊກໄຊ ກາເຟ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ເປັນການລົງນາມກັນລະຫວ່າງ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ...








