Skip to main content

ສສກ-ລັດຖະບານອົດສະຕຣາລີ ສ້າງເຄື່ອງມືໃໝ່ ເພື່ອສົ່ງເສີມການຊ່ວຍເຫຼືອນັກຮຽນພິການ

23/03/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ເປີດກອງປະຊຸມຂຽນບົດວິດີໂອສຳລັບການພັດທະນາຄູ ຕອນໃໝ່ ເມື່ອວັນທີ 16 ມີນາ 2026 ທີ່ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍໃຫ້ການເປັນປະທານຂອງທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍສື່ສານ ແລະ ຜະລິດວິດີໂອ ແຜນງານບີຄວາ, ມີພະນັກງານວິຊາການຈາກ ສວສ, ຄູຝຶກຈາກວິທະຍາໄລຄູ, ວິຊາການຈາກກົມ, ສູນກ່ຽວຂ້ອງ ແລະ ທີມງານສື່ສານຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນລາວ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວວ່າ: “ເດັກທຸກຄົນມີສິດທີ່ຈະໄດ້ຮັບການສຶກສາ, ບໍ່ວ່າເຂົາເຈົ້າຈະມີຄວາມສາມາດລະດັບໃດກໍ່ຕາມ ສະນັ້ນ, ການຮຽນການສອນຄວນໄດ້ຮັບການດັດປັບ ເພື່ອໃຫ້ເດັກທີ່ພິການສາມາດເຂົ້າເຖິງການຮຽນໄດ້ ແລະ ຮັບປະກັນວ່າເດັກທຸກຄົນຈະມີໂອກາດໄດ້ເຂົ້າຮຽນ, ປັດຈຸບັນ ສວສ ຮ່ວມກັບ ແຜນງານບີຄວາ ໄດ້ຜະລິດວິດີໂອ ສໍາລັບການພັດທະນາຄູ ເພື່ອເສີມໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ.”
ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນລາວ (ແຜນງານບີຄວາ), ໄດ້ສ້າງຊຸດອຸປະກອນຊ່ວຍເຫຼືອຄູ ສະບັບໃໝ່ ເພື່ອແນະນຳວິທີຊ່ວຍເຫຼືອນັກຮຽນພິການ ເປັນສະບັບທີ 14 ແມ່ນແນະນຳວິທີການປະຕິບັດ ແລະ ນຳໃຊ້ໄດ້ຈິງ, ຈະທົດລອງນຳໃຊ້ເຄື່ອງມືດັ່ງກ່າວຢູ່ໃນ 18 ໂຮງຮຽນທີ່ແຂວງຊຽງຂວາງ ແລະ 30 ເມືອງເປົ້າໝາຍຂອງແຜນງານບີຄວາ. ສຳລັບວິດີໂອການພັດທະນາຄູຕອນທີ 29 ນີ້ ແມ່ນຈະເນັ້ນໃຫ້ເຫັນພຶດຕິກຳໃນຫ້ອງຮຽນຂອງນັກຮຽນ ທີ່ຄູສາມາດສັງເກດເຫັນໄດ້ວ່າ ນັກຮຽນອາດຈະມີຄວາມບົກຜ່ອງໃນດ້ານໃດໜຶ່ງ ຈະສາມາດມີສ່ວນຮ່ວມຢ່າງເຕັມສ່ວນໃນການຮຽນ ແລະ ແນະນຳຄູກ່ຽວກັບວິທີການຕື່ມແບບຟອມປະເມີນພຶດຕິກຳຂອງເດັກໃຫ້ສຳເລັດໄດ້ຢ່າງຖືກຕ້ອງ. ວິດີໂອນີ້ ຖືກອອກແບບມາເພື່ອຊ່ວຍຄູ ໃຫ້ຮູ້ວິທີການສອນທີ່ເໝາະກັບສະພາບຄວາມເປັນຈິງທີ່ພົບຢູ່ໃນຫ້ອງຮຽນ ແລະ ຄາດວ່າວິດີໂອດັ່ງກ່າວຈະສາມາດເຜີຍແຜ່ໄດ້ ໃນໄລຍະໄຂສົກຮຽນໃໝ່ 2026-2027 ນີ້.
ສຳລັບກອງປະຊຸມຂຽນບົດວິດີໂອດັ່ງກ່າວ, ໄດ້ດຳເນີນໄປເປັນເວລາ 5 ວັນ ແຕ່ວັນທີ 16-20 ມີນາ 2026.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ