Skip to main content

ກະຊວງສສກ ໃກ້ຈະສຳເລັດການເກັບກຳຂໍ້ມູນ, ປະຫວັດສາດ ແລະ ມູນເຊື້ອການສຶກສາຂອງ ສປປ ລາວ ໃນແຕ່ລະໄລຍະ ເພື່ອສ້າງເປັນປຶ້ມປະຫວັດສາດ

23/03/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ກຳລັງຂຸ້ນຂ້ຽວການລົງເກັບກຳຂໍ້ມູນ, ປະຫວັດ ແລະ ມູນເຊື້ອຂອງການສຶກສາລາວ ນັບແຕ່ອະດີດ ເຖິງປະຈຸບັນ ຄາດວ່າຈະໃຫ້ສຳເລັດໃນໂອກາດ ເປີດປ້າຍ “ມະຫາວິທະຍາສ້າງຄູແຫ່ງຊາດ” ໃນເດືອນຕຸລາ 2026 ທີ່ຈະເຖິງນີ້ ໂດຍໄດ້ລົງເກັບກຳຢູ່ 5 ແຂວງ ເຊັ່ນ: ຫົວພັນ, ຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ.
ໃນລະຫວ່າງວັນທີ 16 ເຖິງ 27 ມີນາ ຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ແລະ ຮຽບຮຽງປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ຈຳນວນ 2 ທີມ ໄດ້ແບ່ງກັນລົງສຳຫຼວດ ແລະ ເກັບກຳຂໍ້ມູນ ຢູ່ 4 ແຂວງ ເຊັ່ນ: ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈໍາປາສັກ. ໃນນີ້ ຄະນະຮັບຜິດຊອບຢູ່ 2 ແຂວງພາກເໜືອ ຈຳນວນ 6 ທ່ານ ນຳພາໂດຍ ຮອງສາດສະດາຈານ ສະເຫຼີມສັກ ພາບຸດດີ, ອະດີດຄະນະບໍດີ ຄະນະວິທະຍາສາດສັງຄົມ (ມຊ) ແລະ ອີກ 5 ທ່ານ ຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ໄດ້ເຄື່ອນໄຫວລົງເກັບກຳຂໍ້ມູນ ແລະ ສຳພາດບຸກຄົນທີ່ກ່ຽວຂ້ອງ ຢູ່ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ຫ້ອງສະໝຸດແຂວງ, ໂຮງຮຽນ ມສ ສົງແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງວຽງໄຊ ແລະ ຖໍ້າຄວາຍ ບ້ານນາຄາວ ເຊິ່ງເປັນໂຮງຮຽນສ້າງຄູແຫ່ງທຳອິດຂອງລາວ ໃນໄລຍະຕໍ່່ສູ້ປົດປ່ອຍຊາດ.
ຈຸດປະສົງຂອງການເຄື່ອນລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແມ່ນເພື່ອສຳພາດ ແລະ ເກັບກຳຂໍ້ມູນປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ໃນແຕ່ລະໄລຍະ ເພື່ອມາປະກອບໃສ່ປື້ມປະຫວັດສາດການສຶກສາ ແລະ ມູນເຊື້ອການພັດທະນາການສຶກສາ ຂອງ ສປປ ລາວ ຈຳນວນ 3 ເຫຼັ້ມ: ການສຶກສາລະບອບເກົ່າ, ການສຶກສາໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ການສຶກສາໃນລະບອບໃໝ່ ໃຫ້ມີເນື້ອໃນສົມບູນຄົບຖ້ວນ ເຊິ່ງປຶ້ມປະຫວັດສາດທັງສາມເຫຼັ້ມດັ່ງກ່າວ ຄາດວ່າຈະໃຫ້ສຳເລັດ ແລະ ພິມຈໍາໜ່າຍອອກສູ່ສັງຄົມໄດ້ ໃນໂອກາດມື້ເປີດປ້າຍ “ມະຫາວິທະຍາສ້າງຄູແຫ່ງຊາດ” ໃນເດືອນຕຸລາ 2026 ທີ່ຈະເຖິງນີ້.
ໃນແຕ່ລະສະຖານທີ່ ທີ່ລົງເຄື່ອນໄຫວ ຄະນະຮັບຜິດຊອບໄດ້ເຂົ້າພົບປະ ແລະ ສຳພາດກັບຄະນະພະແນກ ສສກ ແຂວງ, ຄະນະຫ້ອງການສຶກສາເມືອງ, ບັນດາໂຮງຮຽນຕ່າງໆທີ່ກ່ຽວ ຂ້ອງ ແລະ ສຳພາດບຸກຄົນເປົ້າໝາຍທັງໃນຮຸ່ນເກົ່າ ແລະ ໃໝ່ ທີ່ເຄີຍມີສ່ວນຮ່ວມໃນຂະບວນການພັດທະນາການສຶກສາຂອງລາວໃນແຕ່ລະໄລຍະ ພ້ອມນັ້ນຍັງໄດ້ລົງຢ້ຽມ ຢາມໂບຮານສະຖານຕ່າງໆທີ່ກ່ຽວຂ້ອງຕ່າງໆ ໃນບັນດາແຂວງເປົ້າໝາຍເຫຼົ່ານີ້.
ຄະນະຍັງຈະສືບຕໍ່ໄປເຄື່ອນໄຫວເກັບກຳຂໍ້ມູນ ແລະ ສຳພາດ ອີກຈຸດສຸດທ້າຍ ທີ່ແຂວງຫຼວງພະບາງ ແລະ ໃນນະຄອນຫຼວງວຽງຈັນ ໃນຄັ້ງຕໍ່ໄປ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ