Skip to main content

Author: Mitlandone Thepninhom

ຄຳມ່ວນ ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາ ໄລຍະIII

ກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ ກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ III (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ກຸມພາ ຜ່ານມາ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ອານຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາ ໄລຍະIII ແລະ ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບັນດາທ່ານທີ່ມາຈາກພະແນກສຶກສາທິການ ແລະ ກິລາ 6 ແຂວງ,...

Continue reading

ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ຕີລາຄາຄືນວຽກງານ ພາກຮຽນ I ພ້ອມວາງແຜນການ ພາກຮຽນ II ປະຈຳສົກ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈຳພາກຮຽນທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກຮຽນ 2025-2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ຄຳ ຂັນທະວີວອນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຄຳພັນ ຊະນະໄພ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນຄຳ ສຸນັນທາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງ,...

Continue reading

ເປີດປ້າຍໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ເປັນໂຮງຮຽນຕົວແບບຄຸນນະພາບ

ໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ໄດ້ມີພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 24 ກຸມພາ 2026 ທີ່ ໂຮງຮຽນ ປະຖົມົສມບູນສາທິດດົງຄຳຊ້າງ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮວ່ມຂອງ ທ່ານ ທະນົງສິນ ແສງພະວົງ ປະທານຄະນະອົງການປົກຄອງເມືອງຫາດຊາຍຟອງ, ທ່ານ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນນຳ ສີສຸທຳມະວົງ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ, ທ່ານ ນາງ ແກ້ວມະນີ ມາລາທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ປອງບີດາ ພຸດທະຍອດຟ້າ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນສາມັນສຶກສາ, ຜູ້ຕ່າງໜ້າຈາກໂຄງການ ໄອທີມ2 (ITEAM2...

Continue reading

ເປີດປ້າຍໂຮງຮຽນປະຖົມນາໄຮ່ດຽວ ເປັນໂຮງຮຽນຕົວແບບຄຸນນະພາບ

ໂຮງຮຽນປະຖົມສຶກສາສົມບູນນາໄຮ່ດຽວ ໄດ້ມີພິທີເປີດປ້າຍ ເປັນໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2026 ທີ່ໂຮງຮຽນ ປະຖົມສົມບູນ ນາໄຮ່ດຽວ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກຳມະການປົກກຄອງເມືອງຈັນທະບູລີ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ແລະ ທ່ານ ນາງ ຫຼ້າເຕົ້າ ສິນທິປັນຍາ ຜູ້ອຳນວຍການໂຮງຮຽນ, ມີຮອງຜູ້ອຳນວຍການ, ຄູອາຈານ, ຜູ້ປົກຄອງນັກຮຽນ, ແຂກຖືກເຊີນ ແລະ...

Continue reading

ມສ ວຽງຈັນ ເປີດ-ປິດງານກິລາ ແລະ ສິລະປະ-ວັນນຄະດີ ຕ້ານສິ່ງເສບຕິດ ຄັ້ງທີ 26 ສົກຮຽນ 2025-2026

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຫຼື ມສ ວຽງຈັນ ໄດ້ຈັດພິທີເປີດ-ປິດງານກິລາ ແລະ ສິລະປະ-ວັນນະຄະດີ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນຕ້ານສິ່ງເສບຕິດ ປະຈຳສົກຮຽນ 2025-2026 ແນໃສ່ສ້າງຂະບວນການຊົມເຊີຍຜົນສຳເລັດການຈັດຕັ້ງປະຕິບັດແຜນງານກອງປະຊຸມໃຫຍ່ ຂອງໜ່ວຍພັກໂຮງຮຽນ ມສ ວຽງຈັນ ໃນໄລຍະ 1 ປີ ຜ່ານມາ, ຊົມເຊີຍກອງປະຊຸມໃຫຍ່ ຄະນະພັກຮາກຖານ ຄັ້ງທີ 4, ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ 8, ກອງປະຊຸມໃຫຍ່ ສູນກາງພັກ ຄັ້ງທີ 12 ແລະ ວັນສຳຄັນຕ່າງໆຂອງຊາດ ໃຫ້ມີຂະບວນການຟົດຟື້ນ. ພິທີເປີດ-ປິດງານກິລາ ມສ ວຽງຈັນ ຈັດຂຶ້ນ...

Continue reading

ຫາລື ກະກຽມຄວາມພ້ອມງານມະຫາກຳກິລານັກຮຽນ ທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບ ປີ 2027

ໃນຕອນເຊົ້າຂອງວັນທີ 17 ກຸມພາ 2027 ທີ່ຫ້ອງປະຊຸມສະໝາມກິລາແຂວງເຊກອງ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມການເປັນເຈົ້າພາບ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບ ໃນປີ 2027 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໝ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມບັນດາພະນັກງານວິຊາການທີ່ຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນທົບທວນ ແລະ ປຶກສາຫາລືກ່ຽວກັບການວາງແຜນ,...

Continue reading

ສສກ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງສຶກສາການ ແລະ ກິລາ ໃນວັນທີ 19 ກຸມພາ 2026 ຫ້ອງປະຊຸມຊັ້ນ3 ຕຶກເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີພະນັກງານຈາກຫ້ອງການ, ກົມ, ສະຖາບັນ, ສໍານັກພິມສຶກສາ, ສູນ, ພະນັກງານຂັບລົດຈາກຫ້ອງການ, ຈາກໂຄງການ ພ້ອມດ້ວຍວິທະຍາກອນຈາກພະແນກຈະລາຈອນນະຄອນຫຼວງ ແລະ ຈາກໂຮງຮຽນສອນຂັບລົດທົ່ງສາງນາງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ...

Continue reading

ຫຼວງພະບາງ ເລືອກໄດ້ນັກຮຽນເກັ່ງເປັນຕົວແທນຂອງແຂວງ ກຽມເຂົ້າຮ່ວມແຂ່ງຂັນລະດັບຊາດ ປະຈໍາສົກຮຽນ 2025-2026

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດການສອບເສັງຄັດເລືອກນັກຮຽນເກັ່ງລະດັບແຂວງຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ພ້ອມເລືອກໄດ້ຕົວແທນຂອງແຂວງເພື່ອກຽມເຂົ້າຮ່ວມແຂງຂັນໃນລະດັບຊາດ ປະຈໍາສົກຮຽນ 2025-2026 ຊຶ່ງພິທີສອບເສັງດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມພາ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ຜູ້ຕາງໜ້າຈາກຫ້ອງການສືກສາທິການ ແລະ ກິລາ ເມືອງ/ນະຄອນ, ຄະນະອຳນວຍການໂຮງຮຽນ, ຫົວໜ້າ-ຮອງຫົວໜ້າຂະແໜງ-ສູນ,...

Continue reading