ເປີດປ້າຍໂຮງຮຽນປະຖົມນາໄຮ່ດຽວ ເປັນໂຮງຮຽນຕົວແບບຄຸນນະພາບ
23/02/2026
ໂຮງຮຽນປະຖົມສຶກສາສົມບູນນາໄຮ່ດຽວ ໄດ້ມີພິທີເປີດປ້າຍ ເປັນໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2026 ທີ່ໂຮງຮຽນ ປະຖົມສົມບູນ ນາໄຮ່ດຽວ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກຳມະການປົກກຄອງເມືອງຈັນທະບູລີ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ແລະ ທ່ານ ນາງ ຫຼ້າເຕົ້າ ສິນທິປັນຍາ ຜູ້ອຳນວຍການໂຮງຮຽນ, ມີຮອງຜູ້ອຳນວຍການ, ຄູອາຈານ, ຜູ້ປົກຄອງນັກຮຽນ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ຂັນໄຊ ແສງສຸນີ ໄດ້ກ່າວໃຫ້ຮູ້ວ່າ: ການເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ແມ່ນເປັນການຢັ້ງຢືນ ແລະ ປະກາດໃຫ້ຮູ້ເຖິງຄຸນນະພາບຂອງການບໍລິຫານຄຸ້ມຄອງ ໂຮງຮຽນເພື່ອໃຫ້ສັງຄົມ, ຊຸມຊົນ, ຜູ້ປົກຄອງນ້ອງນັກຮຽນໄດ້ຮັບຮູ້ຕໍ່ນາມມະຍົດຂອງ ການສ້າງຕັ້ງ ໂຮງຮຽນຕົວແບບນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍຍເນື້ອໃນ 3 ຂໍ້ແຂ່ງຂັນ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ), ເນື້ອໃນ 5 ຫຼັກມູນການສຶກສາ, 3 ລັກສະນະຂອງການສຶກສາທີ່ຕິດພັນກັນ 7 ໜ້າວຽກຂອງຜູ້ບໍລິຫານໂຮງຮຽນ ເພື່ອໃຫ້ປະກົດຜົນເປັນຈິງ. ຊຶ່ງໃນນັ້ນການສ້າງໂຮງຮຽນຕົວແບບແມ່ນອີງໃສ່ເງື່ອນໄຂ ແລະ ມາດຕະການຕ່າງໆຄື: ຊັ້ນປະຖົມສຶກສາປະກອບດວ້ຍ 6 ດ້ານ ແລະ 42 ຕົວຊີ້ວັດ. ໂຮງຮຽນທີ່ໄດ້ຮັບການສ້າງໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2015 ເຊິ່ງເນື້ອໃນຫຼັກກໍເພື່ອຍົກສູງວຽກງານບໍລິຫານໂຮງຮຽນ ຂອງຜູ້ອຳນວຍການ ເພື່ອແນໃສ່ຍົກສູງຄຸນນະພາບການຮຽນການສອນ, ການເຄື່ອນໄຫວກິດຈະກຳຕ່າງໆຢ່າງຮອບດ້ານ ໂດຍອີງໃສ່ມາດຖານ ແລະ ຕົວຊີ້ວັດຕ່າງໆ. ໃນປັດຈຸບັນນີ້ ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນຕົວແບບຄຸນນະພາບ ລວມທັງໝົດ ມີ 58 ແຫ່ງ. ໃນນັ້ນ ຊັ້ນປະຖົມສຶກສາ 32 ແຫ່ງ, ສຳລັບ ເມືອງຈັນທະບູລີ ແມ່ນມີຢູ່ 12 ແຫ່ງ ເປັນໂຮງຮຽນປະຖົມ 7 ແຫ່ງ ແລະ ໂຮງຮຽນປະຖົມນາໃຮ່ດຽວກໍແມ່ນໜຶ່ງໃນນັ້ນ.
ໂອກາດດຽວກັນ, ທ່ານ ຂັນໄຊ ແສງສຸນີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບໂຄງການຕົວແບບຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ປະກົດເປັນຈິງ ພ້ອມທັງ ຊົມເຊີຍຜູ້ບໍລິຫານໂຮງຮຽນ, ທີ່ໄດ້ນໍາພາ-ຊີ້ນໍາຄູອາຈານ ແລະ ນັກຮຽນທີ່ໄດ້ພ້ອມກັນເອົາໃຈໃສ່ ພະຍາຍາມສ້າງໂຮງຮຽນໃຫ້ກາຍເປັນຕົວແບບຄຸນນະພາບ ແລະ ໄດ້ຈັດພິທີເປີດເຮັດປ້າຍ ຂຶ້ນໃນມື້ນີ້ຢ່າງສະຫງ່າຜ່າເຜີຍ ເຖິງຢ່າງໃດກໍ່ຕາມ ກໍຂໍໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະ ພັດທະນາໃຫ້ມີຜົນງານ ມີຄວາມສົມບູນເພີ່ມຂຶ້ນເລື້ອຍໆດ, ພະຍາມສ້າງ ແລະ ພັດທະນາໃຫ້ໄດ້ຮັບນາມມະຍົດຕ່າງໆເພີ່ມຂຶ້ນຕໍ່ໆໄປໃນອະນາຄົດ.
ສຳລັບໂຮງຮຽນປະຖົມນາໄຮ່ດຽວ ເປັນໂຮງຮຽນຂອງລັດອີກແຫ່ງໜຶ່ງທີ່ມີຊື່ສຽງມາດົນນານ ໄດ້ສ້າງຕັ້ງຂຶ້ນໃນປີ 1953 ປັດຈຸບັນ ມີພະນັກງານຄູສອນ ທັງໝົດ 15 ທ່ານ, ຍິງ 13 ທ່ານ, ມີນັກຮຽນທັງໝົດ 477 ຄົນ, ຍິງ 220 ຄົນ. ໃນໄລຍະ 5 ປີ ຜ່ານມາ ແມ່ນສາມາດສ້າງໄດ້ນັກຮຽນເກັ່ງໃນລະດັບຂັ້ນເມືອງ, ຂັ້ນນະຄອນຫຼວງວຽງຈັນມາໂດຍຕະຫຼອດ ແລະ ໃນສົກຮຽນ 2025-2026 ນີ້ ກໍສາມາດຍາດໄດ້ນັກຮຽນເກັ່ງຂັ້ນເມືອງ 3 ນ້ອງ ຄື: ວິຊາພາສາລາວ 1 ນ້ອງ ແລະ ວິຊາຄະນິດສາດ ອີກ 2 ນ້ອງ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ















