ເມືອງຫຼວງນໍ້າທາ ສຳເລັດງານແຂ່ງຂັນຊ່ວງເຮືອ ໂອກາດບຸນອອກພັນສາ ປະຈຳປີ 2023
ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ສຳເລັດການຈັດງານແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນໂອກາດວັນບຸນອອກພັນສາປະວໍລະນາ ປະຈໍາປີ 2023 ຊຶ່ງກົງກັບວັນທີ 31 ຕຸລາ 2023 ທີ່ທ່ານໍ້າທາເຂດສວນວັດທະນະທໍາບັນດາເຜົ່າແຂວງ, ໂດຍມີ ທ່ານ ຈັນທອງ ແກ້ວປະສີດ ຮອງເລຂາພັກແຂວງ ແລະ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ອາວຸໂສຜູ້ຊົງຄຸນວຸດທິ, ບໍລິສັດ, ລັດວິສາຫະກິດ ຕະຫຼອດຮອດນັກສີພາຍຍິງ-ຊາຍ ແລະ ມວນຊົນຊາວຫຼວງນໍ້າທາເຂົ້າຮ່ວມດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.
ໃນພິທີ, ທ່ານ ຫຼ້າປະເສີດ ສີປະເສີດ ກ່າວວ່າ: ງານແຂ່ງຂັນຊ່ວງເຮືອ ເນື່ອງໃນວັນບຸນອອກພັນສາປະວໍລະນາ ປະຈຳປີ 2023...