Skip to main content

ສກມ ຄຳ ມີຜົນສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດຫຼັກສູດໃໝ່ ເຮັດໃຫ້ຄຸນນະພາບການຮຽນ ການສອນ ມີທ່າອ່ຽງດີຂຶ້ນ

02/11/2023

ການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນເມືອງຄຳ ແຂວງຊຽງຂວາງ ໃນໄລຍະຜ່ານມາ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະພາຍຫຼັງມີການຈັດຕັ້ງປະຕິບັດຫຼັກສູດທີ່ໄດ້ຮັບປັບປຸງໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວານັ້ນ ເຫັນວ່າຜົນງານຮຽນ ການສອນຂອງຄູ ແລະ ນັກຮຽນ ມີທ່າອ່ຽງດີຂຶ້ນເລື້ອຍໆ ເພາະປຶ້ມຄູ່ມືຄູ ແລະ ປຶ້ມຕຳລາຮຽນໃໝ່ນີ້ ແມ່ນເນັ້ນໃສ່ການເຮັດຕົວຈິງຫຼາຍຂຶ້ນ ແລະ ເອົານັກຮຽນເປັນໃຈກາງໃນການສິດສອນ.


ທ່ານ ແສງຈັນ ດວງບຸບຜາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ຄຳ ໃຫ້ສຳພາດຕໍ່ນັກຂ່າວສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດເດີນທາງໄປຖ່າຍທຳວີດີໂອສາລະຄະດີຄູຕົວແບບ 6 ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ສຳລັບຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນເມືອງຄຳພວກເຮົາໃນໄລຍະຜ່ານມາເຫັນວ່າມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ການຈັດການຮຽນການສອນຂອງຄູ ແລະ ນັກຮຽນ ເຫັນວ່າເຮັດໄດ້ດີ; ການສິດສອນຂອງຄູກໍຖືວ່າເຮັດໄດ້ດີ ເພາະໃນແຕ່ລະຊັ້ນຮຽນນັບແຕ່ຊັ້ນອະນຸບານ ຮອດຊັ້ນມັດທະຍົມສຶກສາຕອນປາຍ ຖືວ່າຂ້ອນຂ້າງພຽງພໍ ແຕ່ເຖິງວ່າຄູບໍ່ພໍໃນໂຮງຮຽນບາງແຫ່ງແຕ່ພວກເຮົາກໍບໍ່ໄດ້ປະຫ້ອງສອນ ຫຼື ຊົ່ວໂມງສອນ ດ້ວຍການສອນຫ້ອງຄວບ, ສອນນອກໂມງ ແລະ ຜູ້ອຳນວຍການໂຮງຮຽນສອນຊ່ວຍເປັນບາງຄັ້ງຄາວ; ດ້ານພື້ນຖານໂຄງລ່າງ ແລະ ອາຄານສະຖານທີ່ ເມືອງຂອງພວກເຮົາກໍຖືວ່າມີພຽງພໍ; ດ້ານອຸປະກອນຮັບໃຊ້ ແຕ່ລະປີທາງຫ້ອງການ ສກມ ຄຳ ກໍມີການຂຶ້ນແຜນເພື່ອສະເໜີຂໍນຳຂັ້ນເທິງ ໂດຍສະເພາະແມ່ນອຸປະກອນຮັບໃຊ້ເຂົ້າໃນການຮຽນການສອນ ເຊ່ັນ: ກະດານ, ສໍຂາວ, ປຶ້ມແຕ່ງບົດສອນ, ຕຳລາຮຽນ ທັງຕຳລາເກົ່າ ແລະ ຕຳລາໃໝ່ ທີ່ທາງກະຊວງສຶກສາທິການ ແລະ ກິລາ ມີການປັບປຸງໃໝ່ ໂດຍໃຫ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ແລະ ອຸປະກອນຮັບໃຊ້ຫ້ອງການອື່ື່ນໆອີກຈຳນວນໜຶ່ງ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຍັງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈຳນວນໜຶ່ງ. ໃນນີ້ຂໍ້ສະດວກ ເດັກນັກຮຽນ ແມ່ນໄດ້ຮຽນຕາມເກນອາຍຸ; ມີອາຄານຮຽນພຽງພໍ, ມີອຸປະກອນຮັບໃຊ້ການຮຽນ ການສອນ ເຊັ່ນ ຮູບພາບເຄື່ອງປະຈັກຕາ ແລະ ອື່ນໆ; ນ້ອງນັກຮຽນມີປຶ້ມແບບຮຽນທັງເກົ່າ ແລະ ໃໝ່, ມີຄູສອນປຶ້ມຄູ່ມືຄູຄົບທຸກວິຊາ, ຫ້ອງການໂຄງການຄູສຶກສານິເທດ ໄດ້ລົງຕິດຕາມ ແລະ ໃຫ້ຄຳແນະນຳໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການສິດສອນ, ການແຕ່ງບົດສອນ, ການບໍລິຫານການຄຸ້ມຄອງໂຮງຮຽນ ແລະ ການຈັດກິດຈະກຳປຶ້ມແບບຮຽນໃໝ່. ສ່ວນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໂຮງຮຽນອະນຸບານບາງແຫ່ງ ແມ່ນຍັງຂາດຄູສອນ ເນື່ອງຈາກສ້າງໂຮງຮຽນແລ້ວ ແລະ ມີນັກຮຽນ ແຕ່ບໍ່ມີຄູສອນ ຊຶ່ງຢູ່ເມືອງຄຳ ມີ 3 ແຫ່ງ; ຄູອາສາສະໝັກທີ່ສອນມາໄດ້ 10 ປີແລ້ວບໍ່ໄດ້ຮັບໂຄຕ້າ ເລີຍລາອອກໄປເຮັດວຽກອື່ນ; ການຂະຫຍາຍໂຮງຮຽນຢູ່ເຂດຫ່າງໄກສອກຫຼີກເປັນໝວດ ມີຄວາມຫຍຸ້ງຍາກ ຍ້ອນວ່າການຕັ້ງບ້ານຢູ່ກະແຈກກະຈາຍ ບໍ່ເປັນຈຸດ ເຮັດໃຫ້ການໄປມາໂຮງຮຽນຂອງເດັກມີຄວາມຫຍຸ້ງຍາກລຳບາກ.

ຮອງຫົວໜ້າ ສກມ ຄຳ ກ່າວອີກວ່າ: ສ່ວນການຈັດຕັ້ງປະຕິບັດຫຼັກສູດປັບປຸງໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີນັ້ນ ເຫັນວ່າ ມີທ່າກ້າວດີຂຶ້ນ ຊຶ່ງມັນສະແດງອອກໃນການສອບເສັງທ້າຍປີ ແລະ ຄວາມສົນໃຈຢາກຮຽນຂອງເດັກ ເພາະຢູ່ໃນຕຳລາຮຽນທີ່ໄດ້ຮັບການປັບປຸງໃໝ່ນີ້ ແຕ່ລະຫົວມີການອອກແບບ ແລະ ການຈັດວາງເຄື່ອງປະຈັກຕາ, ຮູບພາບ, ບົດບາດສົມມຸດ ແມ່ນເຮັດໄດ້ດີ; ປຶ້ມຄູ່ມືຄູ ແລະ ປຶ້ມແບບຮຽນ ແມ່ນເນັ້ນໃສ່ເອົານັກຮຽນເປັນໃຈກາງໃນການຮຽນຮູ້ການເຮັດຕົວຈິງ; ການຂຽນປຶ້ມຕຳລາແມ່ນມີຄວາມຊັດເຈນ ເຮັດໃຫ້ຜູ້ສອນ ແລະ ຜູ້ຮຽນມີຄວາມເຂົ້າໃຈຫຼາຍຂຶ້ນ ເຮັດໃຫ້ຜົນງານຮຽນຂອງເດັກດີຂຶ້ນໄປນຳ.
ຄຽງຄູ່ກັນນີ້, ໄລຍະຜ່ານມາທາງຫ້ອງການ ສກມ ຄຳ ພວກເຮົາແມ່ນໄດ້ຮັບການສະໜັບສະໜູນຫຼາຍດ້ານຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເປັນຕົ້ນແມ່ນ ການເອົາພະນັກງານໄປຝຶກອົບຮົມກ່ຽວກັບການຮຽນການສອນຫຼັກສູດໃໝ່; ໄດ້ຮັບການສະໜອງອຸປະກອນຮັບໃຊ້ການຮຽນ ການສອນ; ນຳເອົາຄູນິເທດພາຍໃນເມືອງໄປຝຶກອົບຮົມ ເພື່ອມາເປັນຄູນິເທດຢູ່ແຕ່ລະໂຮງຮຽນ ແລະ ໄດ້ຮັບການຊ່ວຍເຫຼືອໄອແພັດອີກຈຳນວນໜຶ່ງ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ