Skip to main content

ສສກ ຫາລືວຽກງານຂະແໜງການສຶກສາ ແລະ ກິລາ ລະດັບວິຊາການ

01/11/2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການສຶກສາທິການ ແລະ ກິລາ ລະດັບວິຊາການ ໃນວັນທີ 1 ພະຈິກ 2023 ທີ່ໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແດນ ເຮວເດິນ ຮອງທູດເອກອັກຄະຣາຊະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ແວັງຊອງ ເວຍ ຫົວໜ້າຝ່າຍການຮ່ວມມື ສະຫະພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ພະນັກງານຈາກກົມອ້ອມຂ້າງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລືຂໍ້ສະເໜີແນະທາງດ້ານນະໂຍບາຍທີ່ມາຈາກຜົນການປະເມີນເຄິ່ງສະໄໝຂອງແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2021-2025); ປຶກສາຫາລື ແລະ ຕົກລົງເຫັນດີກ່ຽວກັບບັນດາເອກະສານ ເພື່ອພັດທະນາບົດສະເໜີໂຄງການຕໍ່ກອງທຶນສາກົນເພື່ອການສຶກສາ; ນໍາສະເໜີມາດຕະຖານການສອນຂອງຄູຊັ້ນປະຖົມ ແລະ ສົນທະນາກ່ຽວກັບມາດຕະຖານດັ່ງກ່າວມີຜົນຕໍ່ການປະເມີນຄູປະຖົມແນວໃດ ລວມທັງຂົງເຂດວຽກງານອື່ນໆກ່ຽວກັບຄູ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີບັນດາເອກະສານເພື່ອພັດທະນາບົດສະເໜີໂຄງການຕໍ່ກອງທຶນສາກົນເພື່ອການສຶກສາ; ປຶກສາຫາລືຂໍ້ສະເໜີແນະທາງດ້ານນະໂຍບາຍທີ່ມາຈາກຜົນການປະເມີນເຄິ່ງສະໄໝຂອງແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2021-2025) ແລະ ນໍາສະເໜີມາດຕະຖານການສອນຂອງຄູຊັ້ນປະຖົມ ແລະ ສົນທະນາ ກ່ຽວກັບມາດຕະຖານດັ່ງກ່າວມີຜົນຕໍ່ການປະເມີນຄູປະຖົມແນວໃດ ລວມທັງຂົງເຂດວຽກງານອື່ນໆກ່ຽວກັບຄູ ແລະ ປຶກສາຫາລື ປະກອບຄຳຄິດຄຳເຫັນຕໍ່ກັບຫົວຂໍ້ຕ່າງໆຢ່າງກົງໄປກົງມາ ເພື່ອໃຫ້ໄດ້ເນື້ອໃນຄົວຖ້ວນສົມບູນຂຶ້ນ.
ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ