Skip to main content

ໂຮງຮຽນປະຖົມໜອງປີງ ໄດ້ຮັບການຊ່ວຍເຫຼືອຈາກກອງທຶນຈີນ ເພື່ອສັນຕິພາບ

03/11/2023

ສະພາແຫ່ງຊາດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ມອບຄອມພິວເຕີ (Laptop Computer HUAWEI) ທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ຈຳນວນ 10 ຊຸດ ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ໃຫ້ກຽດມອບໂດຍ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຮັບໂດຍ ທ່ານ ນາງ ພັນທອງ ຄຳທອງມີ ຜູ້ອຳນວຍການໂຮງຮຽນປະຖົມສົມບູນບ້ານໜອງປີງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຜ່ານມາ ໂຮງຮຽນປະຖົມບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອໃນການປຸກສ້າງອາຄານຫຼັງໃໝ່ສອງຊັ້ນ 1 ຫຼັງ ປະກອບມີ 12 ຫ້ອງ ຄື: ຫ້ອງຮຽນ 5 ຫ້ອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງພັກຄູ, ຫ້ອງກິດຈະກໍາ, ຫ້ອງນໍ້າ ແລະ ຫ້ອງອື່ນໆ ມີທັງໝົດ 5 ຊັ້ນຮຽນ ແຕ່ ປ.1-ປ.5, ມີນັກຮຽນ 179 ຄົນ, ຍິງ 92 ຄົນ, ມີຄູ 8 ຄົນ ໂດຍໄດ້ຮັບການຊ່ວຍເຫຼືອຈາກການຮ່ວມມືລະຫວ່າງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໃນປີ 2012 ເປັນໂຮງຮຽນສັນຍາລັກຫຼັງທໍາອິດດພາຍໃຕ້ໂຄງການ “ເພື່ອນເສັ້ນທາງສາຍໄໝ” ເປັນໂຮງຮຽນແຮກສ່ຽວກັບໂຮງຮຽນກູຍາລູ ແຂວງກວາງຊີ ສປ ຈີນ.
ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໄດ້ຮ່ວມມືກັນປະກອບສ່ວນໃນການພັດທະນາຢູ່ ສປປ ລາວ ຢ່າງຫຼວງຫຼາຍເປັນຕົ້ນ ແມ່ນພື້ນຖານໂຄງລ່າງການສຶກສາ. ປັດຈຸບັນສອງອົງການຈັດຕັ້ງໄດ້ຮ່ວມກັນສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຈໍານວນ 17 ຫຼັງ ໃນ 9 ແຂວງ ຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ຊ່ວຍເຫຼືອອຸປະກອນການຮຽນ ການສອນ, ອຸປະກອນການແພດໃນໄລຍະການລະບາດຂອງພະຍາດໂຄວິດ-19 ອີກດ້ວຍ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ