Skip to main content

Author: Chanthakhard Inthadalin

ຍີ່ປຸ່ນ ເຕືອນພາວະອາການໜ້າມືດ ຍ້ອນອາກາດຮ້ອນອົບເອົ້າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ອອກຄຳເຕືອນພາວະອາການໜ້າມືດວິນຫົວ (Heatstroke) ຫຼື ໂຣກລົມແດດ ໃນ 38 ແຂວງ ຂອງປະເທດ ເນື່ອງຈາກຄື້ນຄວາມຮ້ອນແຮງອາດສົ່ງຜົນໃຫ້ອຸນຫະພູມໃນບາງພາກພື້ນເພີ່ມຂຶ້ນເຖິງ 40 ອົງສາ. ອົງການອຸຕຸນິຍົມວິທະຍາ ປະເທດຍີ່ປຸ່ນ ລະບຸວ່າ: ຄວາມກົດອາກາດສູງຍັງຄົງເຮັດໃຫ້ພາກຕາເວັນອອກ ແລະ ພາກຕາເວັນຕົກ ຂອງປະເທດປະເຊີນສະພາບອາກາດຮ້ອນອົບເອົ້າ ແລະ ມີແດດກ້າ ໂດຍອຸນຫະພູມໃນເມືອງຄູມາງາຍະ ໂຄຟຸ ແລະ ຮາມາມັດສຶ ອາດສູງເຖິງ 40 ອົງສາ. ອຸນຫະພູມຕອນກາງເວັນຂອງຫຼາຍເມືອງໄດ້ແກ່ ໄຊຕະມະ, ມາເອບາຊິ, ກຽວໂຕ ແລະ ໂອກາຍາມະ ອາດສູງເຖິງ 39...

Continue reading

ອຸຍເນັດໂກ ຮັບຮອງ ທາງຫຼວງບູຮານ ໃນອີຕາລີ ເປັນມໍລະດົກໂລກດ້ານວັດທະນະທຳ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ກໍລະກົດ ຜ່ານມາ ວ່າ: ທາງຫຼວງບູຮານສາຍທຳອິດຂອງນະຄອນຫຼວງໂຣມ ປະເທດອີຕາລີ ໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກທາງວັດທະນະທຳຂອງອົງການສະຫະປະຊາຊາດ. ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ຂຶ້ນທະບຽນຖະໜົນແອບປຽນ (Appian Way) ທາງຫຼວງສາຍທຳອິດຂອງຊາວໂຣມັນ ໃນຍຸກໂຣມັນບູຮານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຫຼວງໂຣມ ປະເທດອີຕາລີ ໃນປັດຈຸບັນ ເປັນມໍລະດົກໂລກທາງວັດທະນະທຳແຫ່ງໃໝ່. ສຳລັບຖະໜົນແອບປຽນ ເປັນທີ່ຮູ້ຈັກໃນຊື່ Regina Viarum ຫຼື ລາຊະນີແຫ່ງຖະໜົນ (Queen of Roads)...

Continue reading

ຟິລິບປິນ ມີຜູ້ປະສົບໄພນ້ຳຖ້ວມ 4,55 ລ້ານຄົນ ແລະ ເສຍຊີວິດ 36 ຄົນ

ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟິລິບປິນ ແຈ້ງໃຫ້ຮູ້ວ່າ ຍ້ອນໄດ້ຮັບຜົນກະທົບຈາກພາຍຸແຄມີ ແລະ ພາຍຸປຣະປິຣູນ ລວມທັງລົມມໍລະສຸມຕາເວັນຕົກສຽງໃຕ້ ຊຶ່ງມາຮອດປັດຈຸບັນ ວັນທີ 1 ສິງຫານີ້ ຢູ່ຟິລິບປິນ ມີຜູ້ປະສົບໄພຫຼາຍກວ່າ 4,55 ລ້ານຄົນ, ຜູ້ເສຍຊີວິດເພີ່ມຂຶ້ນເປັນ 36 ຄົນ, ນອກນັ້ນຍັງມີຜູ້ຫາຍສາບສູນອີກ 3 ຄົນ. ນອກຈາກນີ້ ກະຊວງກະສິກຳຟິລິບປິນ ຢືນຢັນວ່າ ມາຮອດປັດຈຸບັນ ພາຍຸແຄມີ ແລະ ລົມມໍລະສຸມຕາເວັນຕົກສຽງ ໃຕ້ ໄດ້ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍກວ່າ 696 ລ້ານເປໂຊ ຫຼື ປະມານ 11 ລ້ານໂດລາ). ຮຽບຮຽງໂດຍ: ບຸນທະວີ ນະວົງສາ

Continue reading

ສະໜາມບິນອັງກໍ ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວ ຫຼາຍກວ່າ 1 ລ້ານຄົນ

ອີງຕາມສຳນັກຂ່າວສານຊິນຮວາ ສປ ຈີນ ລາຍງານວ່າ: ສະໜາມບິນສາກົນ ຊຽມຣຽບ ອັງກໍ ໃນແຂວງຊຽມຣຽບ ປະເທດກຳປູເຈຍ ຊຶ່ງເປັນສະໜາມບິນ ທີ່ລົງທຶນ ໂດຍຈີນ ໄດ້ດໍາເນີນຖ້ຽວບິນ 10.971 ຖ້ຽວ ແລະ ຮັບຮອງ ຜູ້ໂດຍສານມາແລ້ວ ປະມານ 1,02 ລ້ານຄົນ ນັບແຕ່ເປີດດໍາເນີນການໃນເດືອນພະຈິກ 2023 ຈົນເຖິງເດືອນມິຖຸນາ 2024. ໂດຍສະໜາມບິນ ໄດ້ຮັບຮອງເອົາ 12 ສາຍການບິນ ທີ່ ບິນໄປ-ກັບ ຈາກ 15 ຕົວເມືອງໃນ 8 ປະເທດ. ສຳລັບສະໜາມບິນດັ່ງກ່າວ ມີທາງແລ່ນຍາວ 3,600 ແມັດ. ຊຶ່ງປັດຈຸບັນສະໜາມບິນນີ້ ຖືວ່າເປັນສະໜາມບິນທີ່ມີຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍເຈົ້າໜ້າທີ່ການບິນພົນລະເຮືອນກຳປູເຈຍ ກ່າວວ່າ:...

Continue reading

ຫວຽດນາມ ການສົ່ງອອກສິນຄ້າໄປເອີຣົບ ເພີ່ມຂຶ້ນຢ່າງເຂັ້ມແຂງ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ-ເອີຣົບ (EVFTA) ໄດ້ຊຸກຍູ້ການສົ່ງອອກຂອງ ສສ ຫວຽດນາມ ໄປຍັງສະຫະພາບເອີຣົົບ ຫຼາຍພໍສົມຄວນ ໂດຍເພີ່ມຂຶ້ນຈາກ ຈຳນວນ 35 ຕື້ເອີໂຣ ໃນປີ 2019 ເປັນ 48 ຕື້ເອີໂຣ ໃນປີ 2023. ຊຶ່ງການເພີ່ມຂຶ້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຂະແໜງເອເລັກໂຕນິກ, ຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນຄ້າອາຫານທະເລ. ໃນວັນທີ 1 ສິງຫາ 2024 ແມ່ນວັນຄົບຮອບ 4 ປີແຫ່ງວັນເຊັນສັນຍາການຄ້າເສລີ ຫວຽດນາມ-ເອີຣົບ (EVFTA) ມີຜົນສັກສິດ (1/8/2020-1/8/2024). ນີ້ແມ່ນສັນຍາການຄ້າ ເສລີ ທີ່ມີລັກສະນະບາດລ້ຽວ,...

Continue reading

ຍອດຜູ້ເສຍຊີວິດຈາກເຫດດິນເຈື່ອນ ຢູ່ ອິນເດຍ ເພີ່ມຂຶ້ນເປັນ 100 ກວ່າຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງນີວເດລີ ປະເທດອິນເດຍ ເມື່ອວັນທີ 31 ກໍລະກົດ ຜ່ານມາ, ສຳນັກງານມຸຂະມົນຕີ ແຫ່ງລັດ ເກຣລະ ທາງພາກຕາເວັນຕົກສຽງໃຕ້ ຂອງອິນເດຍ ແລະ ເປັນແຫຼ່ງຜະລິດຊາ ທີ່ສຳຄັນ ຂອງປະເທດ ໄດ້ລາຍງານຍອດຈຳນວນ ຜູ້ເສຍຊີວິດຈາກເຫດດິນເຈື່ອນເປັນວົງກວ້າງ ໃນລັດເກຣລະ ເພີ່ມຂຶ້ນເປັນ 108 ຄົນ ແລະ ເຈົ້າໜ້າທີ່ຊ່ວຍເຫຼືອຜູ້ລອດຊິວີດໄດ້ຢ່າງໜ້ອຍ 250 ຄົນ, ໃນນັ້ນເກືອບເຄິ່ງໜຶ່ງ ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ. ໃນຂະນະດຽວກັນ ຍັງມີຜູ້ສູນຫາຍອີກ 100 ກວ່າຄົນ. ນອກນີ້ ຍັງມີການອົບພະຍົບປະຊາຊົນ ປະມານ 3.000 ຄົນ ໃຫ້ໄປ ຢູ່ ສູນພັກອາໄສຊົ່ວຄາວ. ປັດຈຸບັນ,...

Continue reading

ສປປ ເກົາຫຼີ ເລັ່ງຊ່ວຍເຫຼືອປະຊາຊົນ ຈາກອຸທົກກະໄພ

ສໍານັກຂ່າວສູນກາງເກົາຫຼີ (KCNA) ສຽງຂອງພັກແຮງງານ ສປປ ເກົາຫຼີ ລາຍງານ ໃນວັນທີ 31 ກໍລະກົດ 2024 ກ່ຽວກັບສະຖານະການອຸທົກກະໄພຢູ່ເມືອງ ຊິນອີຈູ ແລະ ເມືອງອີຈູ ແຂວງພາຍ່ອງອັ່ນເໜືອ ຂອງ ສປປ ເກົາຫຼີ ຊຶ່ງຕິດກັບເມືອງ ຕານຕົ່ງ ແຂວງຫຼຽວໜິງ ທາງຕາເວັນອອກສຽງເໜືອຂອງຈີນ ວ່າ: ໄດ້ສ້າງຄວາມເສຍຫາຍໃຫ້ບ້ານເຮືອນຫຼາຍກວ່າ 4.000 ຫຼັງ ແລະ ເນື້ອທີ່ກະສິກໍາປະມານ 200 ກວ່າເຮັກຕາ ຫຼື ປະມານ 12,722 ໄລ່. ໂດຍກ່ອນໜ້ານີ້ ວັນທີ 29 ກໍລະກົດ ຜ່ານມາ, ທ່ານ ຄິມ ຈອງ ອຸ່ນ ປະທານປະເທດແຫ່ງ ສປປ ເກົາຫຼີ ພ້ອມດ້ວຍການນຳຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ປະສົບໄພ ຢູ່ເມືອງ...

Continue reading

ກອງທັບຈີນ ຈະເປັນກໍາລັງສໍາຄັນໃນການເຊີດຊູສັນຕິພາບໂລກ

(ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນຈີນ ຄົບຮອບ 97 ປີ ວັນທີ 1/8/1927-1/8/2024) ລັດຖະບານຈີນ ໄດ້ປະກາດປື້ມປົກຂາວກ່ຽວກັບ “ກິດຈະການປ້ອງກັນປະເທດຈີນໃນຍຸກໃໝ່” ໂດຍລະບຸເຖິງນະໂຍບາຍວຽກງານປ້ອງກັນປະເທດຂອງ ສປ ຈີນ ໃນຍຸກໃໝ່ດ້ວຍ 6 ດ້ານຢ່າງລະອຽດ ພ້ອມທັງກໍານົດທິດທາງຍຸດທະສາດຫຼັກການພື້ນຖານ ແລະ ຄວາມສໍາຄັນລະດັບໂລກຂອງກິດຈະການປ້ອງກັນປະເທດຈີນ ແລະ ການສ້າງກໍາລັງທະຫານຂອງຈີນ ຢ່າງຊັດເຈນ ໂດຍສະແດງເຖິງການເປີດກວ້າງຄວາມໂປ່ງໃສ ແລະ ຄວາມໝັ້ນຄົງ. ນອກຈາກນັ້ນ, ປື້ມປົກຂາວດັ່ງກ່າວ ຍັງໄດ້ລະບຸຢ່າງຊັດເຈນ ເປັນຄັ້ງທໍາອິດວ່າ: ກິດຈະການວຽກງານປ້ອງກັນປະເທດຈີນ ໃນຍຸກໃໝ່...

Continue reading