Skip to main content

ສະໜາມບິນອັງກໍ ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວ ຫຼາຍກວ່າ 1 ລ້ານຄົນ

01/08/2024

ອີງຕາມສຳນັກຂ່າວສານຊິນຮວາ ສປ ຈີນ ລາຍງານວ່າ: ສະໜາມບິນສາກົນ ຊຽມຣຽບ ອັງກໍ ໃນແຂວງຊຽມຣຽບ ປະເທດກຳປູເຈຍ ຊຶ່ງເປັນສະໜາມບິນ ທີ່ລົງທຶນ ໂດຍຈີນ ໄດ້ດໍາເນີນຖ້ຽວບິນ 10.971 ຖ້ຽວ ແລະ ຮັບຮອງ ຜູ້ໂດຍສານມາແລ້ວ ປະມານ 1,02 ລ້ານຄົນ ນັບແຕ່ເປີດດໍາເນີນການໃນເດືອນພະຈິກ 2023 ຈົນເຖິງເດືອນມິຖຸນາ 2024. ໂດຍສະໜາມບິນ ໄດ້ຮັບຮອງເອົາ 12 ສາຍການບິນ ທີ່ ບິນໄປ-ກັບ ຈາກ 15 ຕົວເມືອງໃນ 8 ປະເທດ.


ສຳລັບສະໜາມບິນດັ່ງກ່າວ ມີທາງແລ່ນຍາວ 3,600 ແມັດ. ຊຶ່ງປັດຈຸບັນສະໜາມບິນນີ້ ຖືວ່າເປັນສະໜາມບິນທີ່ມີຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍເຈົ້າໜ້າທີ່ການບິນພົນລະເຮືອນກຳປູເຈຍ ກ່າວວ່າ: ສະໜາມບິນແຫ່ງນີ້ ແມ່ນໝາກຜົນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ກຳປູເຈຍ ກັບ ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” (BRI). ນອກນັ້ນ, ເຈົ້າໜ້າທີ່ ກະຊວງທ່ອງທ່ຽວກຳປູເຈຍ ຍັງໄດ້ເປີດເຜີຍອີກວ່າ: ສະໜາມບິນສາກົນແຫ່ງນີ້ ສາມາດ ຮັບເອົາ ເຮືອບິນທຸກປະເພດ, ພ້ອມກັນນັ້ນ ຍັງຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງກຳປູເຈຍ ກັບ ພາກພື້ນ ແລະ ໃນໂລກ ໂດຍມີຄວາມພ້ອມເພື່ອຈະຊຸກຍູ້ຂະແໜງການທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະ ການລົງທຶນຂອງປະເທດ ແລະ ອື່ນໆ.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ