Skip to main content

ຟິລິບປິນ ມີຜູ້ປະສົບໄພນ້ຳຖ້ວມ 4,55 ລ້ານຄົນ ແລະ ເສຍຊີວິດ 36 ຄົນ

01/08/2024

ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟິລິບປິນ ແຈ້ງໃຫ້ຮູ້ວ່າ ຍ້ອນໄດ້ຮັບຜົນກະທົບຈາກພາຍຸແຄມີ ແລະ ພາຍຸປຣະປິຣູນ ລວມທັງລົມມໍລະສຸມຕາເວັນຕົກສຽງໃຕ້ ຊຶ່ງມາຮອດປັດຈຸບັນ ວັນທີ 1 ສິງຫານີ້ ຢູ່ຟິລິບປິນ ມີຜູ້ປະສົບໄພຫຼາຍກວ່າ 4,55 ລ້ານຄົນ, ຜູ້ເສຍຊີວິດເພີ່ມຂຶ້ນເປັນ 36 ຄົນ, ນອກນັ້ນຍັງມີຜູ້ຫາຍສາບສູນອີກ 3 ຄົນ.


ນອກຈາກນີ້ ກະຊວງກະສິກຳຟິລິບປິນ ຢືນຢັນວ່າ ມາຮອດປັດຈຸບັນ ພາຍຸແຄມີ ແລະ ລົມມໍລະສຸມຕາເວັນຕົກສຽງ ໃຕ້ ໄດ້ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍກວ່າ 696 ລ້ານເປໂຊ ຫຼື ປະມານ 11 ລ້ານໂດລາ).

ຮຽບຮຽງໂດຍ: ບຸນທະວີ ນະວົງສາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ