Skip to main content

ຍີ່ປຸ່ນ ເຕືອນພາວະອາການໜ້າມືດ ຍ້ອນອາກາດຮ້ອນອົບເອົ້າ

01/08/2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກໍລະກົດ ຜ່ານມາວ່າ: ຍີ່ປຸ່ນ ອອກຄຳເຕືອນພາວະອາການໜ້າມືດວິນຫົວ (Heatstroke) ຫຼື ໂຣກລົມແດດ ໃນ 38 ແຂວງ ຂອງປະເທດ ເນື່ອງຈາກຄື້ນຄວາມຮ້ອນແຮງອາດສົ່ງຜົນໃຫ້ອຸນຫະພູມໃນບາງພາກພື້ນເພີ່ມຂຶ້ນເຖິງ 40 ອົງສາ.


ອົງການອຸຕຸນິຍົມວິທະຍາ ປະເທດຍີ່ປຸ່ນ ລະບຸວ່າ: ຄວາມກົດອາກາດສູງຍັງຄົງເຮັດໃຫ້ພາກຕາເວັນອອກ ແລະ ພາກຕາເວັນຕົກ ຂອງປະເທດປະເຊີນສະພາບອາກາດຮ້ອນອົບເອົ້າ ແລະ ມີແດດກ້າ ໂດຍອຸນຫະພູມໃນເມືອງຄູມາງາຍະ ໂຄຟຸ ແລະ ຮາມາມັດສຶ ອາດສູງເຖິງ 40 ອົງສາ.

ອຸນຫະພູມຕອນກາງເວັນຂອງຫຼາຍເມືອງໄດ້ແກ່ ໄຊຕະມະ, ມາເອບາຊິ, ກຽວໂຕ ແລະ ໂອກາຍາມະ ອາດສູງເຖິງ 39 ອົງສາ ສ່ວນນະຄອນຫຼວງໂຕກຽວ, ອຸດສຶໂນມິຍະ, ໂອຕະສຶ ແລະ ໂຄຊິ ອາດສູງເຖິງ 38 ອົງສາ.


ອົງການດັ່ງກ່າວ ໄດ້ເຕືອນໃຫ້ປະຊາຊົນໃຊ້ເຄື່ອງປັບອາກາດເຮັດຄວາມເຢັນ ແລະ ດື່ມເກືອແຮ່ ລວມເຖິງຫຼີກລ່ຽງການອອກນອກເຮືອນ ຫຼື ອອກກຳລັງກາຍໂດຍບໍ່ຈຳເປັນ.

ຮຽບຮຽງໂດຍ: ສົງການ ພັນແພງດີ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ